ນັກຮຽນ, ນັກສຶກສາກວ່າ 23 ລ້ານຄົນເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2018 – 2019

(VOVWORLD) -ຕອນເຊົ້າວັນທີ 05 ກັນຍາ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2018 – 2019 ຢູ່ໂຮງຮຽນມັດຍົມຕອນປາຍ ຈູວັນອານ, ຮ່າໂນ້ຍ.
ນັກຮຽນ, ນັກສຶກສາກວ່າ 23 ລ້ານຄົນເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2018 – 2019 - ảnh 1 (ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕີກອງໄຂສົກຮຽນໃໝ່)

ກ່າວຄຳເຫັນ ແລະ ຕີກອງໄຂສົກຮຽນໃໝ່ 2018 – 2019 ຂອງໂຮງຮຽນ ມັດທະຍົມຕອນປາຍ ຈູວັນອານ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຊີ້ແຈ້ງວ່າ, ປີ 2018 – 2019 ມີຄວາມສຳຄັນສຳລັບຂະແໜງສຶກສາຂອງຫວຽດນາມ ໃນການສືບຕໍ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານໃນການສຶກສາ ແລະ ບຳລຸງສ້າງຢ່າງຄົບຊຸດ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ຮັບໃຊ້ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ບົນຈິດໃຈດັ່ງກ່າວ, ທ່ານປະທານປະເທດ ເຈິ່ນດ້າຍກວາງ, ສະເໜີວ່າ.

        “ຂະແໜງສຶກສາຈົ່ງອອກເຫື່ອເທແຮງແຂ່ງຂັນກັນສອນດີຮຽນເກັ່ງ, ຍົກສູງຄຸນນະພາບວຽກງານການຄຸ້ມຄອງ, ປ່ຽນໃໝ່ວິທີການຮຽນ, ການສອນຕາມທິດທັນສະໄໝ, ຊ່ວຍນັກຮຽນພັດທະນາທາງດ້ານຈິນຕະນາການມີຫົວຄິດປະດິດສ້າງ, ເປັນເອກະລາດ ແລະ ມີຄວາມສາມາດເຊື່ອມຕໍ່ການຮ່ຳຮຽນ, ຈິດໃຈຮ່ວມມື. ຍົກສູງລະດັບຄວາມຮູ້ດ້ານພາສາຕ່າງປະເທດ, ຝຶກແອບທັກສະ ເພື່ອຕອບສະໜອງເປົ້າໝາຍເຊື່ອມໂຍງ, ພັດທະນາ ແລະ ກໍ່ສ້າງເປັນພົນລະເມືອງຂອງໂລກໃຫ້ເປັນຢ່າງດີ.”

        ຕອນເຊົ້າວັນທີ 05 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ເຂົ້າຮ່ວມ, ຕີກອງໄຂສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ຕູເມີຣົງ, ເມືອງ ຕູເມີຣົງ, ແຂວງກອນຕູມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ຄູອາຈານ ແລະ ນັກຮຽນໂຮງຮຽນມັດທະຍົມກິນນອນຊົນເຜົ່າ ຕູເມີຣົງ ຈະມານະພະຍາຍາມດ້ວຍຄວາມຕັດສິນໃຈສູງກວ່າປົກກະຕິເພື່ອຍົກສູງຄຸນນະພາບການຮຽນ, ການສອນໃນສະພາບການໃໝ່.

        ແລະກໍ່ໃນຕອນເຊົ້າວັນທີ 05 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ເຂົ້າຮ່ວມ ແລະ ຕີກອງໄຂສົກຮຽນໃໝ່ ແລະ ເຊີດຊູນັກຮຽນເກັ່ງຢູ່ໂຮງຮຽນມັດທະຍົມລົງເລິກຂະແໜງ ເລຮົ່ງຟອງ, ນະຄອນໂຮ່ຈີມິນ; ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍ່ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2018 – 2019 ຢູ່ໂຮງຮຽນມັດທະຍົມຕອນປາຍ ຮາຍບ່າຈຶງ ຢູ່ແຂວງວິ້ງຟຸກ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ