ນັກຮຽນ, ນັກສຶກສາທົ່ວປະເທດເກືອບ 20 ລ້ານຄົນເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2017 -2018

(VOVWORLD) - ຕອນເຊົ້າວັນທີ 5 ກັນຍາ, ນັກຮຽນໃນທົ່ວປະເທດເກືອບ 20 ລ້ານຄົນ ໄດ້ເຂົ້າຮ່ວມພິທີເປິດສົກຮຽນໃໝ່ 2017-2018, ກົງກັບວັນທົ່ວປວງຊົນພາເດັກໄປໂຮງຮຽນ. 
ນັກຮຽນ, ນັກສຶກສາທົ່ວປະເທດເກືອບ 20 ລ້ານຄົນເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2017 -2018 - ảnh 1 ນັກຮຽນເຂົ້າຮ່ວມການເປີກຊຸດຮຽນໃໝ່

ໃນປີ 2017 – 2018, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ກຳນົດຈຸດໝາຍແມ່ນສືບຕໍ່ສຸມໃສ່ຍົກສູງກົດລະບຽບ, ຄຸນສົມບັດ, ແບບແຜນການດຳລົງຊີວິດເພື່ອໃຫ້ສົມເປັນຄູ ແລະ ສົມກັບເປັນນັກຮຽນທີດີ. ທົ່ວຂະແໜງຍົກສູງຄຸນນະພາບການຮຽນ ແລະ ການສອນ, ຍົກສູງຄຸນສົມບັດການສຶກສາສາມັນ, ການສຶກສາປາຍແຫຼມ, ການຮຽນໄປຄຽງຄູ່ກັບການປະຕິບັດຕົວຈິງ, ເອົາໃຈໃສ່ເຖິງການປະກອບທັກສະ, ພິເສດແມ່ນທັກສະການດຳລົງຊີວິດໃຫ້ນັກຮຽນ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຝາກຈົດໝາຍອວຍພອນເຖິງຄູອາຈານລຸ້ນຕ່າງໆ, ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານໃນຂະແໜງສຶກສາ, ພໍ່ແມ່ນັກຮຽນ ແລະ ນັກຮຽນ, ນັກສຶກສາໃນທົ່ວປະເທດ. ໃນຈົດໝາຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ: ສົກຮຽນໃໝ່ 2017 – 2018, ຂະແໜງການສຶກສາສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາໜ້າທີ່, ມາດຕະການປ່ຽນແປງໃໝ່ທີ່ເປັນພື້ນຖານ, ຮອບດ້ານໃນການສຶກສາ, ບຳລຸງສ້າງ. ສຸມໃສ່ສ້າງສະພາບແວດລ້ອມແຫ່ງການສຶກສາປອດໄພ, ປອດໃສ, ສະໜິດສະໜົມ, ຍົກສູງຄຸນນະພາບການສຶກສາຢູ່ຂັ້ນຕ່າງໆ ແລະ ລະດັບການບຳລຸງສ້າງ; ສຸມໃສ່ສຶກສາດ້ານຄຸນສົມບັດ, ແບບແຜນການດຳລົງຊີວິດ, ສະຕິການປະຕິບັດກົດໝາຍຂອງນັກຮຽນ, ນັກສຶກສາ.

        ວັນທີ 5 ກັນຍາໃນແຕ່ລະປີ ໄດ້ເລືອກໃຫ້ເປັນວັນເປີດສົກຮຽນໃໝ່ - ວັນທົ່ວປວງຊົນພາເດັກໄປໂຮງຮຽນ ຍ້ອນວ່າວັນທີ 5 ກັນຍາ 1945, ພາຍຫຼັງວັນປະກາດເອກະລາດສ້າງຕັ້ງປະເທດ ສ. ປະຊາທິປະໄຕ ຫວຽດນາມ ຢ່າງເປັນທາງການ ພຽງ 3 ວັນ, ທ່ານປະທານ ໂຮ່ຈີມິນ ໄດ້ຝາກຈົດໝາຍໃຫ້ນັກຮຽນເນື່ອງໃນໂອກາດໄຂສົກຮຽນໃໝ່ທຳອິດຂອງ ປະເທດ ຫວຽດນາມ ເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ