ນັກ​ຮຽນ ຫວຽດ​ນາມ ຄວ້າ​ໄດ້ 8 ຫຼຽນ​ລາງວັນ ໃນ​ການ​ເສັງ Olympic ຟີ​ຊິກ​ສາດ ອາ​ຊີ

(VOVWORLD) - ກຮຽນທີ່ຄວ້າໄດ້ຫຼຽນຄຳແມ່ນນ້ອງ ເທິນເທກົງ, ນັກຮຽນໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ບັກຢາງ, ແຂວງບັກຢາງ. ຫຼຽນເງິນ ໄດ້ແກ່ນ້ອງ ຮ່າຢວຽນຟຸກ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ລາມເຊິນ, ແຂວງ ແທັງຮວ໊າ.     
ນັກ​ຮຽນ ຫວຽດ​ນາມ ຄວ້າ​ໄດ້ 8 ຫຼຽນ​ລາງວັນ ໃນ​ການ​ເສັງ Olympic ຟີ​ຊິກ​ສາດ ອາ​ຊີ - ảnh 1ທິມຊາດ ຫວຽດນາມ ທີ່ເຂົ້າຮ່ວມການເສັງ Olympic ຟີຊິກສາດ ອາຊີ (AphO) ປີ 2024

ນັກຮຽນທັງ 8 ຄົນ ໃນທິມຊາດ ຫວຽດນາມ ທີ່ເຂົ້າຮ່ວມການເສັງ Olympic ຟີຊິກສາດ ອາຊີ (AphO) ປີ 2024 ລ້ວນແຕ່ຄວ້າໄດ້ຫຼຽນລາງວັນ. ໃນນັ້ນ, ມີຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 6 ຫຼຽນ. ນີ້ແມ່ນໝາກຜົນທີ່ສູງກວ່າເມື່ອທຽບໃສ່ຊຸມປີກ່ອນ ແລະ ພາຍຫຼັງຫຼາຍປີ, ມາຮອດປີນີ້, ທິມຊາດ ຫວຽດນາມ ກໍສາມາດຄວ້າໄດ້ຫຼຽນຄຳ.

        ນັກຮຽນທີ່ຄວ້າໄດ້ຫຼຽນຄຳແມ່ນນ້ອງ ເທິນເທກົງ, ນັກຮຽນໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ບັກຢາງ, ແຂວງບັກຢາງ. ຫຼຽນເງິນ ໄດ້ແກ່ນ້ອງ ຮ່າຢວຽນຟຸກ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ລາມເຊິນ, ແຂວງ ແທັງຮວ໊າ.     

        ການເສັງ Olympic ຟີຊິກສາດ ອາຊີ ຄັ້ງທີ 24 ໄດ້ຈັດຂຶ້ນແຕ່ວັນທີ 3 ມິຖຸນາ ຫາວັນທີ 10 ມິຖຸນາ ຢູ່ ມາເລເຊຍ. ເຂົ້າຮ່ວມການເສັງປີນີ້ມີ ນັກຮຽນ 208 ນ້ອງ ຂອງ 28 ທິມ ທີ່ມາຈາກ 27 ປະເທດ ແລະ ເຂດແຄວ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ