ນັກ​ຮຽ​ນ ຫວຽດ​ນາມ ໄດ້​ຮັບ 4 ຫຼຽນ Olympic ຄອມ​ຟິວ​ເຕີ​ສາ​ກົນ

(VOVWORLD) - ດ້ວຍ 100% ຈຳນວນນັກຮຽນໄດ້ຮັບຫຼຽນນັ້ນ, ຫວຽດນາມ ຢືນໃນກຸ່ມ 9 ປະເທດ ແລະ ເຂດແຄ້ວນບັນລຸໝາກຜົນສູງກ່ວາໝູ່ ຕາມຕາຕະລາງຈັດອັນດັບຫຼຽນ.
ນັກ​ຮຽ​ນ ຫວຽດ​ນາມ ໄດ້​ຮັບ 4 ຫຼຽນ Olympic ຄອມ​ຟິວ​ເຕີ​ສາ​ກົນ - ảnh 1

(ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ)

 ນັກຮຽນ 4 ຄົນຂອງທິມ ຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ຄອມຟິວເຕີສາກົນປີ 2023 ລ້ວນແຕ່ໄດ້ຮັບຫຼຽນຄື: 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ.

ການສອບເສັງ Olympic ຄອມຟິວເຕີສາກົນຄັ້ວທີ 35 ໄດ້ຈັດຂຶ້ນແຕ່ວັນທີ 28 ສິງຫາ-ວັນທີ 4 ກັນຍາ ຢູ່ນະຄອນ Szeged, Hungary, ໂດຍມີການເຂົ້າຮ່ວມຂອງນັກຮຽນ 351 ຄົນທີ່ມາຈາກ 89 ປະເທດ ແລະ ເຂດແຄ້ວນ. ດ້ວຍ 100% ຈຳນວນນັກຮຽນໄດ້ຮັບຫຼຽນນັ້ນ, ຫວຽດນາມ ຢືນໃນກຸ່ມ 9 ປະເທດ ແລະ ເຂດແຄ້ວນບັນລຸໝາກຜົນສູງກ່ວາໝູ່ ຕາມຕາຕະລາງຈັດອັນດັບຫຼຽນ, ຖັດຈາກ ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ