ນັກຮຽນ ແຂວງດ້ຽນບຽນ ພົບປະແລກປ່ຽນສະແດງສິລະປະ, ແຂ່ງຂັນກິລາ ກັບນັກຮຽນ 6 ແຂວງທາງພາກເໜືອລາວ

(VOVWORLD) - ທ່ານ ຫງວຽນວັນດວາດ, ຫົວໜ້າພະແນກສຶກສາ ແລະ ບຳລຸງສ້າງແຂວງ ດ້ຽນບຽນ, ໃຫ້ຮູ້ວ່າ: ລາຍການພົບປະແລກປ່ຽນໄດ້ຈັດຕັ້ງດ້ວຍຈຸດປະສົງເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຄວາມສະໜິດຕິດພັນ; ແລກປ່ຽນບົດຮຽນໃນການເຄື່ອນໄຫວສຶກສາ ແລະ ບຳລຸງສ້າງ
ນັກຮຽນ ແຂວງດ້ຽນບຽນ ພົບປະແລກປ່ຽນສະແດງສິລະປະ, ແຂ່ງຂັນກິລາ ກັບນັກຮຽນ 6 ແຂວງທາງພາກເໜືອລາວ - ảnh 1ພິທີໄຂຈັດຂຶ້ນໃນວັນທີ 27 ມັງກອນ
(ພາບ: Vu Loi)

ຕອນເຊົ້າວັນທີ 27 ມັງກອນ, ຢູ່ສູນແຂ່ງຂັນກິລານະຄອນ ດ້ຽນບຽນຝູ, ພະແນກສຶກສາ ແລະ ບຳລຸງສ້າງແຂວງ ດ້ຽນບຽນ ໄດ້ຈັດພິທີໄຂ ການເຄື່ອນໄຫວພົບປະແລກປ່ຽນສະແດງສິລະປະ, ແຂ່ງຂັນກິລາມິດຕະພາບສະຫງວນໃຫ້ນັກຮຽນແຂວງ ດ້ຽນບຽນ (ສສ ຫວຽດນາມ) ແລະ 6 ແຂວງທາງພາກເໜືອລາວ ປີ 2024. ເຂົ້າຮ່ວມລາຍການພົບປະແລກປ່ຽນ, ແຂ່ງຂັນກິລາ ມີພະນັກງານ, ນັກກິລາ, ນັກສິລະປະກ່ວາ 300 ຄົນ ຂອງ 7 ຄະນະເຂົ້າຮ່ວມລາຍການ. ລາຍການພົບປະແລກປ່ຽນໄດ້ຈັດຂຶ້ນໃນເວລາ 4 ມື້, ແຕ່ວັນທີ 27 – 30 ມັງກອນ, ດ້ວຍ 2 ການເຄື່ອນໄຫວຕົ້ນຕໍ, ແມ່ນ: ພົບປະແລກປ່ຽນສະແດງສິລະປະ ແລະ ແຂ່ງຂັນກິລາຂອງນັກຮຽນ.

ນັກຮຽນ ແຂວງດ້ຽນບຽນ ພົບປະແລກປ່ຽນສະແດງສິລະປະ, ແຂ່ງຂັນກິລາ ກັບນັກຮຽນ 6 ແຂວງທາງພາກເໜືອລາວ - ảnh 2ນັກຮຽນລາວສະແດງສິລະປະທີ່ລາຍການ

ທ່ານ ຫງວຽນວັນດວາດ, ຫົວໜ້າພະແນກສຶກສາ ແລະ ບຳລຸງສ້າງແຂວງ ດ້ຽນບຽນ, ໃຫ້ຮູ້ວ່າ: ລາຍການພົບປະແລກປ່ຽນໄດ້ຈັດຕັ້ງດ້ວຍຈຸດປະສົງເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຄວາມສະໜິດຕິດພັນ; ແລກປ່ຽນບົດຮຽນໃນການເຄື່ອນໄຫວສຶກສາ ແລະ ບຳລຸງສ້າງ, ການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ ກາຍຍະກຳ; ຊອກຮູ້ວັດທະນະທຳມູນເຊື້ອລະຫວ່າງແຂວງ ດ້ຽນບຽນ ກັບບັນດາແຂວງພາກເໜືອລາວ. ຈາກນັ້ນ, ສືບຕໍ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມເຊື່ອໝັ້ນ, ພ້ອມກັນມຸ່ງໄປເຖິງການພົວພັນມິດຕະພາບ, ການຮ່ວມມືນັບມື້ນັບເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດແຫ່ງການສ້າງສາ, ພັດທະນາຂອງສອງປະເທດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ