ນັກຮຽນດີເດັ່ນ 60 ຄົນໄດ້ຮັບທຶນສຶກສາຂອງ Acecook ຫວຽດນາມດ້ວຍມູນຄ່າ 30.000 USD

ນັກຮຽນດີເດັ່ນ 60 ຄົນໄດ້ຮັບທຶນສຶກສາຂອງ Acecook ຫວຽດນາມດ້ວຍມູນຄ່າ 30.000 USD - ảnh 1
​ມອບ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​ມະຫາວິທະຍາ​ໄລ ຮ່າ​ໂນ້ຍ
(ພາບ: ຮ່າໂນ້ຍໃໝ່)

(vovworld) - ວັນ​ທີ 18/6, ຢູ່​ ຮ່າ​ໂນ້ຍ, ບໍລິສັດ Acecook ຫວຽດ​ນາມ​ ໄດ້​ມອບ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​ມະຫາວິທະຍາ​ໄລ ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ ຮ່າ​ໂນ້ຍ, ມະຫາ​ຊັບ​ພະ​ວິຊາ ຮ່າ​ໂນ້ຍ 30 ຄົນ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ ​ແລະ ​ເຄີຍ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ​ເປັນ​ປະຈຳ. ​ແຕ່ລະ​ທຶນ​ມີ​ມູນ​ຄ່າ 500 USD. ກ່າວ​ຄວາມ​ເຫັນ​ນະ​ພິທີ​ມອບ​ທຶນ​ສຶກສາ. ທ່ານ Majima Fumihiro, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ Acecook ຫວຽດ​ນາມ ສາຂາ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ, ທາງ​ບໍລິສັດ​ຢາກ​ໜູນ​ຊ່ວຍ​ຄ່າ​ຮຽນ​ສ່ວນ​ໜຶ່ງ​ໃຫ້​ບັນດາ​ນັກ​ສຶກສາ, ​ເພື່ອ​ປະກອບສ່ວນ​ຊ່ວຍ​ບັນດາ​ນັກຮຽນ​ມີ​ການ​ກະກຽມ​ດີ​ທີ່​ສຸດ​ໃຫ້​ແກ່​ພາລະກິດ​ຂອງ​ຕົນ, ພ້ອມ​ທັງ​ສະ​ແດງ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ​ຂອງ ບໍລິສັດ​ຫຸ້ນ​ສ່ວນ Acecook ຫວຽດ​ນາມ ​ໃນ​ບັນດາ​ກນ​ເຄື່ອນ​ໄຫວ​ເພື່ອ​ປະຊາ​ຄົມ. ວັນ​ທີ 21/6, ຄະນະ​ຈັດ​ຕັ້ງ​ກໍ່​ຈະ​ມອບ​ທຶນ​ສຶກສາ​ດັ່ງກ່າວ​ຕື່ມ​ອີກໃຫ້​ນັກ​ສຶກສາ​ດີ​ເດັ່ນ 30 ຄົນ​ທີ່​ພວມ​ຮຳ່​ຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ​.

ຂ່າວ/ບົດ​ອື່ນ