ນັກຮຽນນະຄອນໂຮ່ຈິມິນແລະແຂວງ Nagasaki, ປະເທດຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນ

(VOVWORLD) -ຕອນບ່າຍວັນທີ 10 ພຶດສະພາ, ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Takushima Toshio, ປະທານສະຫະພັນອຸດສາຫະກຳການຄ້າແຂວງ Nagasaki, ປະເທດຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ.

ນັກຮຽນນະຄອນໂຮ່ຈິມິນແລະແຂວງ Nagasaki, ປະເທດຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນ - ảnh 1 ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຕ້ອນຮັບທ່ານ Takushima Toshio, ປະທານສະຫະພັນອຸດສາຫະກຳການຄ້າແຂວງ Nagasaki, ປະເທດຍີ່ປຸ່ນ

(ພາບ: hcmcpv.org.vn)

ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງການພົບປະແລກປ່ຽນນັກຮຽນຂອງ 2 ທ້ອງຖິ່ນ, ໂດຍຕາງໜ້າໃຫ້ການນຳນະຄອນ, ທ່ານ ເລແທງລຽມ ໄດ້ຂອບໃຈສະຫະພັນອຸດສາຫະກຳການຄ້າແຂວງ Nagasaki ທີ່ໄດ້ໜູນຊ່ວຍບັນດາຄະນະນັກຮຽນນະຄອນໃນປີ 2016 – 2017; ທ່ານປາດຖະໜາວ່າສະຫະພັນຈະສືບຕໍ່ຜັນຂະຫຍາຍລາຍການສົ່ງນັກຮຽນນະຄອນໄປ Nagasaki ໃນປີ 2018 ເພື່ອປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ທ້ອງຖິ່ນ.

        ສ່ວນທ່ານ Takushima Toshio ເນັ້ນໜັກວ່າ, ແຂວງ Nagasaki ປາດຖະໜາຢາກໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຈາກນະຄອນໂຮ່ຈິມິນ ໃນການຜັນຂະຫຍາຍລາຍການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ທ້ອງຖິ່ນໃນໄລຍະຍາວ, ດ້ວຍຄວາມຫວັງວ່າ ຜ່ານການເຄື່ອນໄຫວດັ່ງກ່າວ ຈະຊ່ວຍໃຫ້ໄວໜຸ່ມ 2 ທ້ອງຖິ່ນເຊື່ອມຕໍ່, ພົບປະແລກປ່ຽນດ້ານເສດຖະກິດ, ວັດທະນະທຳ, ການຄ້າຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ