ນັກຮຽນຫວຽດນາມ4ຄົນຍາດໄດ້ລາງວັນຢູ່Olympicຊີວະສາດສາກົນ2015

ນັກຮຽນຫວຽດນາມ4ຄົນຍາດໄດ້ລາງວັນຢູ່Olympicຊີວະສາດສາກົນ2015 - ảnh 1
ນັກຮຽນ​ ຫວຽດນາມ 4​ ຄົນ​ເຂົ້າ​ຮ່ວມ​ການສອບ​ເສັງ
Olympic ຊີວະ​ສາດ​ສາກົນ​ຄັ້ງ​ທີ 26
(ພາບ: infonet.vn)

(vovworld) - ​ ນັກຮຽນ​ ຫວຽດນາມ 4​ ຄົນ​ເຂົ້າ​ຮ່ວມ​ການສອບ​ເສັງ Olympic ຊີວະ​ສາດ​ສາກົນ​ຄັ້ງ​ທີ 26 ຫາ​ກໍ​ດຳ​ເນີນຢູ່​ນະຄອນ Aarhus ປະ​ເທດ ​ເດນ​ມາກ .ລ້ວນ​ແຕ່​ໄດ້ຮັບ​ລາງວັນ, ​ໃນ​ນັ້ນ ມີ​ຫລຽນ​ເງິນ 1 ຫລຽນ,​ ຫລຽນ​ທອງ 2 ຫລຽນ ​ແລະ ​ລາງວັນ​ຊົມ​ເຊີຍ 1 ລາງວັນ. ຫລຽນ​ເງິນ​​ແມ່ນ​ໄດ້​ແກ່​ນາງ ​ເລ​ທິຫງວຽນ​ຮັ່ງ (​ໂຮງຮຽນ​​ມັດທະຍົມຕອບ​ປາຍ​ລົງ​ເລິກ ເລກຸ໋ຍດົນ - ດ່າ​ໜັງ) ຢືນ​ອັນ​ດັບ​ທີ 47. ຫລຽນ​ທອງ 2 ຫລຽນ ​ແມ່ນ​ຂອງ​ທ້າ​ວ ຟ້າ​ມມິນ​ດ໋ືກ (ໂຮງຮຽນ​​ມັດທະຍົມຕອບ​ປາຍ​ລົງ​ເລິກ ​ເລ​ຮົ່ງຟອງ - ນາມ​ດິງ) ຢືນ​ອັນ​ດັບ​ທີ 76 ​ແລະ ທ່າວ ​ເລ​ຊວນ​ເລຶ້ອງ (ໂຮງຮຽນ​ມັດທະຍົມຕອບ​ປາຍ​ລົງ​ເລິກວິທະຍາສາດ​ທຳ​ມະ​ຊາດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ) ຢືນ​ອັນ​ດັບ​ທີ 116. ນາງ ຟ້າ​ມທິອ໋ຽນງອກ (ໂຮງຮຽນ​​ມັດທະຍົມຕອບ​ປາຍ​ລົງ​ເລິກ ລາມ​ເຊີນ - ​ແທງ​ຮ໋ວາ) ຢືນ​ອັນ​ດັບ​ທີ 164 ​ໄດ້​ຮັບລາງວັນ​ຊົມ​ເຊີຍ.

        ການ​ສອບ​ເສັງ Olympic ຊີວະ​ສາດ​ສາກົນ​ຄັ້ງ​ທີ 27 ຈະ​ດຳ​ເນີນ​​ຢູ່​ ຮ່າ​ໂນ້ຍ, ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 17 – 24/7/2016.

ຂ່າວ/ບົດ​ອື່ນ