ນັກຮຽນຫວຽດນາມທັງ4 ຄົນຕ່າງກໍໄດ້ຮັບຫຼຽນລາງວັນໃນການເສັງໂອລິມປິກຊີວະສາດສາກົນ

ນັກຮຽນຫວຽດນາມທັງ4 ຄົນຕ່າງກໍໄດ້ຮັບຫຼຽນລາງວັນໃນການເສັງໂອລິມປິກຊີວະສາດສາກົນ - ảnh 1
ນັກ​ຮຽ​ນ​ຫວຽດ​ນາມ​ທັງ 4 ຄົນ ຕ່າງ​ກໍ​ໄດ້​ຮັບຫຼຽນ​ລາງວັນ (TTXVN)


(vovworld)- ການ​ເສັງ​ໂອ​ລິມ​ປິກວິ​ຊາ​ຊີ​ວະ​ສາດ​ສາ​ກົນ​ຄັ້ງ​ທີ 27 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 23/7 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ຊົມ​ເຊີຍ​ບັນ​ດາ​ນັກ​ຮຽນ​ທີ່​ບັນ​ລຸ​ຜົນ​ງານ​ສູງ​ໃນ ການ​ເສັງ​ໂອ​ລິມ​ປິກວິ​ຊາ​ຊີ​ວະ​ສາດ​ສາ​ກົນ​ຄັ້ງ​ທີ 27 ພ້ອມ​ທັງ​ຫວັງ​ວ່າ ບັນ​ດາ​ນັກ​ຮຽນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ນ້ຳ​ໃຈ​ມັກ​ການ​ຮ່ຳ​ຮຽນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ກ່າວ​ວ່າ :

   “ ວິ​ທະ​ຍາ​ສາດ ແລະ ໝາກ​ຜົນ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ແມ່ນ​ມໍ​ລະ​ດົກ​ລວມ​ຂອງມວນ​ມະ​ນຸດ. ເສີມ​ຂະ​ຫຍາຍ ແລະ ປະ​ກອບ​ສ່​ວນ​ເຂົ້າ​ໃນ​ໝາກ​ຜົນ​ດັ່ງ​ກ່າວ, ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງທຸກໆ​ປະ​ເທດ, ຂອງ​ທຸກໆ​ຄົນ​. ການ​ຄົ້ນ​ພົບ ແລະ ລ້ຽງ​ດູ​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ທີ່​ຍັງ​ໜຸ່ມ​ແໜ້ນ ແມ່ນ​ຈຳ​ເປັນ​ທີ່​ສຸດ ແລະ ການ​ເສັງ​ໂອ​ລິມ​ປິກ​ສາ​ກົນ​ຄັ້ງຕ່າງໆ ແມ່ນ​ມີ​ຄວາມ​ໝາຍ ແລະ ສຳ​ຄັນ​ສຳ​ລັບ​ເປົ້າ​ໝາຍນີ້. ບັນ​ດາ​ເພື່ອນບໍ່​ພຽງແຕ່ເປັນ​ຕົວ​ແທນ​ໃຫ້​ແກ່​ນ້ຳ​ໃຈ​ມັກ​ການ​ຮ່ຳ​ຮຽນ, ຄວາມ​ເມົາ​ມົວ​ທາງ​ດ້ານ​ວິ​ທະ​ຍາ​ສາດ, ເຈດ​ຈຳ​ນົງ​ບືນ​ຕົວ​ຂຶ້ນ​ຜ່ານ​ຜ່າ​ຄວາມ​ທົດ​ສອບ​ເທົ່າ​ນັ້ນ, ພວກ​ເພື່ອນ​ຍັງ​ແມ່ນ​ທູດ​ແຫ່ງ​ເຈດ​ຕະ​ນາ​ດີ​ໃຫ້​ແກ່​ສັນ​ຕິ​ພາບ, ມິດ​ຕະ​ພາບ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ໂລກ​ອີກ​ດ້ວຍ ”

    ນັກ​ຮຽ​ນ​ຫວຽດ​ນາມ​ທັງ 4 ຄົນ ຕ່າງ​ກໍ​ໄດ້​ຮັບຫຼຽນ​ລາງວັນ, ໃນ​ນັ້ນ​ມີ 1 ຫຼຽນ​ຄຳ, 1 ຫຼຽນ​ເງິນ, ແລະ 2 ຫຼຽນ​ທອງ.
ຂ່າວ/ບົດ​ອື່ນ