ນັກຮຽນຮູ້ ລັດເຊຍ ຕີລາຄາສູງບົດບາດຂອງພັກກອມມູນິດ ຫວຽດນາມ ໃນໄລຍະປະຫວັດສາດໃໝ່

(VOVWORLD) -ບັນດາບົດຂຽນຂອງນັກຮຽນຮູ້ທີ່ມີຊື່ສຽງຢູ່ ລັດເຊຍ ແລະ ສາກົນ ໄດ້ເຮັດແຈ້ງບົດຮຽນ, ປະສົບການທີ່ອຸດົມສົມບູນກ່ຽວກັບປະຫວັດສາດຂອງພັກກອມມູນິດ ຫວຽດນາມ
ນັກຮຽນຮູ້ ລັດເຊຍ ຕີລາຄາສູງບົດບາດຂອງພັກກອມມູນິດ ຫວຽດນາມ ໃນໄລຍະປະຫວັດສາດໃໝ່ - ảnh 1ກອງປະຊຸມສຳມະນາໝາກຜົນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເດືອນ ກຸມພາ 2021
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2022), ສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ ສັງກັດສະຖາບັນຕາເວັນອອກໄກ (ສະພາມະຫາບັນດິດວິທະຍາສາດສະຫະພັນ ລັດເຊຍ) ໄດ້ຈັດພິມຕົວປຶ້ມຄົ້ນຄວ້າຫົວເລື່ອງສະເພາະ ດ້ວຍຊື່ວ່າ “ພັກກອມມູນິດ ຫວຽດນາມ, ຍຸກສະໄໝໃໝ່ໃນປະຫວັດສາດ”. ປຶ້ມລວມມີບົດຂຽນ 17 ບົດໄດ້ຄັດເລືອກມາຈາກບັນດາບົດລາຍງານທີ່ກອງປະຊຸມສຳມະນາໂຕະມົນສາກົນ ດ້ວຍຫົວຂໍ້ “ພັກກອມມູນິດ ຫວຽດນາມ ໃນພາລະກິດແຫ່ງການສ້າງສາປະເທດຊາດ ແລະ ໝາກຜົນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ” ດຳເນີນໃນລະຫວ່າງວັນທີ 19 – 20 ພຶດສະພາ 2021.

        ບັນດາບົດຂຽນຂອງນັກຮຽນຮູ້ທີ່ມີຊື່ສຽງຢູ່ ລັດເຊຍ ແລະ ສາກົນ ໄດ້ເຮັດແຈ້ງບົດຮຽນ, ປະສົບການທີ່ອຸດົມສົມບູນກ່ຽວກັບປະຫວັດສາດຂອງພັກກອມມູນິດ ຫວຽດນາມ, ເນັ້ນໜັກເຖິງບົດບາດຂອງພັກໃນປະຫວັດສາດທັນສະໄໝຂອງ ຫວຽດນາມ.

        ໃນບົດຂຽນທີ່ໄດ້ເລືອກເປັນບົດເຫດການຂອງປຶ້ມຫົວນີ້, ທ່ານສາດສະດາຈານມະຫາວິທະຍາໄລສັງລວມ St.Petersburg, ຫົວໜ້າສະຖາບັນ ໂຮ່ຈີມິນ Vladimir Kolotov ໄດ້ເນັ້ນໜັກເຖິງສະຖຽນລະພາບທາງດ້ານການເມືອງຢູ່ ຫວຽດນາມ ວ່າແມ່ນສິ່ງທີ່ໜ້າສົນໃຈທີ່ສຸດ ໃນສະພາບຂາດສະຖຽນລະພາບພວມເພີ່ມຂຶ້ນຢູ່ພາກພື້ນ ແລະ ໃນໂລກ. ນອກນັ້ນ, ບັນດາບົດຂຽນຂອງນັກຄົ້ນຄວ້າທີ່ມາຈາກ ຝລັ່ງ ແລະ ຍີ່ປຸ່ນ ກໍ່ຕີລາຄາສູງຕໍ່ຜົນງານດ້ານນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ໂດຍຢືນຢັນວ່າ ຍຸດທະສາດດ້ານການທູດຂອງ ຫວຽດນາມ ໄດ້ຊ່ວຍສ້າງຄວາມຕ້ານທານ “ພາຍຸລົມແດງ” ໃນໂລກ ແລະ ຍົກສູງອິດທິພົນຊື່ສຽງຂອງປະເທດຊາດ ຢູ່ເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ