ນັກ​ຮຽນ​ຮູ້ ອັງ​ກິດ: ບຸນ​ເຕັດ ສ່ອງ​ແສງ​ບັນ​ດາ​ແງ່​ມູມ​ທີ່ຫຼາກຫຼາຍ​ສີ​ສັນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ

(VOVWORLD) - ບຸນປີໃໝ່ປະຈຳຊາດ (ບຸນເຕັດ) ໄດ້ສະແດງໃຫ້ເຫັນຄວາມຫຼາກຫຼາຍສີສັນຂອງວັດທະນະທຳ ຫວຽດນາມ. 
ນັກ​ຮຽນ​ຮູ້ ອັງ​ກິດ: ບຸນ​ເຕັດ ສ່ອງ​ແສງ​ບັນ​ດາ​ແງ່​ມູມ​ທີ່ຫຼາກຫຼາຍ​ສີ​ສັນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ - ảnh 1ບັນດາຄອບຄົວພາກັນໄປຫຼີ້ນ, ໄປທ່ຽວ ແລະ ຖ່າຍຮູບເປັນທີ່ລະນຶກໃນມື້ທຳອິດຂອງປີໃໝ່ (ພາບ: VOV)

        ຕາມທ່ານ Kyril Whittaker ນັກຄົ້ນຄວ້າດ້ານການເມືອງ ແລະ ປະຫວັດສາດ ຫວຽດນາມ ຊາວ ອັງກິດ ແລ້ວ, ບຸນປີໃໝ່ປະຈຳຊາດ (ບຸນເຕັດ) ໄດ້ສະແດງໃຫ້ເຫັນຄວາມຫຼາກຫຼາຍສີສັນຂອງວັດທະນະທຳ ຫວຽດນາມ, ນັບແຕ່ດ້ານອາຫານການກິນ, ດົນຕີ, ສິລະປະ ຕະຫຼອດຮອດການສື່ສານໃນສັງຄົມ, ຜ່ານບັນດາຮີດຄອງປະເພນີອັນດີງາມຄື ການໄຫວ້ບູຊາບັນພະບູລຸດ, ການຫໍ່ເຂົ້າຕົ້ມ, ການແຮກໝານ, ອວຍພອນປີໃໝ່, ການມອບອັງເປົ້າໃຫ້ກັນ, ການນຸ່ງຊຸດອາພອນທີ່ເປັນມູນເຊື້ອ, ການສະແດງສິລະປະດົນຕີພື້ນເມືອງ…. ຕາມທ່ານແລ້ວ, ບຸນເຕັດ ແມ່ນໂອກາດເພື່ອເພີ່ມຄວາມຮັກແພງ, ຄວາມສະໜິດສະໜົມເຊິ່ງກັນແລະກັນ ເມື່ອທຸກຄອບຄົວລ້ວນແຕ່ກະກຽມຕ້ອນຮັບແຂກ, ພີ່ນ້ອງ, ເພື່ອນມິດສະຫາຍ ຕະຫຼອດຮອດເພື່ອນຮ່ວມງານ, ບ້ານໃກ້ເຮືອນຄຽງມາຢາມ, ອວຍພອນປີໃໝ່.

        ພິເສດ, ບຸນປີໃໝ່ຍັງສ່ອງແສງພື້ນຖານວັດທະນະທຳຂອງຊາວ ຫວຽດນາມ ກ່ຽວກັບສາຍພົວພັນລະຫວ່າງ ມະນຸດ ກັບດິນ ແລະ ກົງກັນຂ້າມ. ທ່ານ Kyril ກໍຍົກອອກຫຼັກຖານຕ່າງໆ ເຊັ່ນບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະໃນຍາມບຸນເຕັດ, ຮີດຄອງປະເພນີອັນດີງາມຕ່າງໆ ທີ່ສະແດງໃຫ້ເຫັນພື້ນຖານວັດທະນະທຳທີ່ເປັນລະບົບນິເວດຂອງ ຫວຽດນາມ ຄື ວັນບຸນປູກຕົ້ນໄມ້ໃນຍາມຕົ້ນປີໃໝ່, ໂດຍປະທານ ໂຮ່ຈີມິນ ປຸກລະດົມ ແລະ ການນຳລຸ້ນຕ່າງໆຂອງຫວຽດນາມ ຍັງຮັກສາໄວ້ຈົນມາຮອດປັດຈຸບັນນີ້.  ທ່ານສະຫຼຸບວ່າ: ບຸນເຕັດແມ່ນງານບຸນທີ່ມີລັກສະນະວັດທະນະທຳ ຫວຽດນາມ ແລະ ບຸນເຕັດກໍແມ່ນຕົວແທນຂອງພື້ນຖານວັດທະນະທຳທີ່ເປັນເອກະລັກນີ້. ລັດທິມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ ໄດ້ປັບປຸງໃຫ້ພື້ນຖານວັດທະນະທຳນີ້ມີຄວາມອຸດົມສົມບູນຂຶ້ນຕື່ມ, ພ້ອມທັງສ້າງພື້ນຖານແກ່ການພັດທະນາຢ່າງບໍ່ຢຸດຢັ້ງຂອງສັງຄົມ ເພື່ອນຳເອົາຜົນປະໂຫຍດອັນດີງາມທີ່ສຸດມາໃຫ້ປະຊາຊົນທຸກຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ