ນັກຮຽນຮູ້ ອິນເດຍ ຕີລາຄາສູງຄວາມໝາຍຂອງບົດຂຽນຂອງທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ ທີ່ມີຕໍ່ໄລຍະພັດທະນາໃໝ່ຂອງຫວຽດນາມ

(VOVWORLD) -      ກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມຫງວຽນຝູຈ້ອງ “ບາງບັນຫາທິດສະດີແລະພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມແລະເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ”. ສາດສະດາຈານ ຊາວາຈານ ດາແຣັດດີ  ອະດີດຜູ້ອຳນວຍການສູນຄົ້ນຄວ້າອາຊີຕາເວັນອອກສຽງໃຕ້ ແລະປາຊີຟິກສັງກັດມະຫາວິທະຍາໄລ ສະລີແຣນ ກາແຕັດວາຣາ ໄດ້ຕີລາຄາສູງຄວາມໝາຍຂອງບົດຂຽນນີ້ ທີ່ມີຕໍ່ໄລຍະພັດທະນາໃໝ່ຂອງຫວຽດນາມ
   ນັກຮຽນຮູ້ ອິນເດຍ ຕີລາຄາສູງຄວາມໝາຍຂອງບົດຂຽນຂອງທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ ທີ່ມີຕໍ່ໄລຍະພັດທະນາໃໝ່ຂອງຫວຽດນາມ - ảnh 1ສາດສະດາຈານ ຊາວາຈານ ດາແຣັດດີ  ອະດີດຜູ້ອຳນວຍການສູນຄົ້ນຄວ້າອາຊີຕາເວັນອອກສຽງໃຕ້ ແລະປາຊີຟິກສັງກັດມະຫາວິທະຍາໄລ ສະລີແຣນ ກາແຕັດວາຣາ 

    ສາດສະດາຈານ ທັງແມ່ນຜູ້ຮຽບຮຽງປຶ້ມ “ໂຮ່ຈີມິນ ກັບອິນເດຍ” ພິມຈຳໜ່າຍປີ 2019 ແລະແມ່ນຜູ້ມີການຄົ້ນຄວ້າປະກອບສ່ວນໃຫ້ແກ່ສາຍພົວພັນສອງຝ່າຍຫວຽດນາມ-ອິນເດຍໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈທີ່ສຸດຕໍ່ເນື້ອໃນທີ່ສົມທຽບໂດຍກົງລະຫວ່າງລັດທິນາຍທຶນແລະລັດທິສັງຄົມນິຍົມດ້ວຍການສົມທຽບບັນດາຄວາມຮຽກຮ້ອງດ້ານ ການເມືອງຂອງຫວຽດນາມ. ພ້ອມກັນນັ້ນບົດຂຽນກໍ່ໄດ້ຍົກອອກບັນດາເຫດຜົນລະອຽດ ສົມເຫດສົມຜົນ ແລະ ອະທິບາຍຢ່າງຈະແຈ້ງວ່າເປັນຫຍັງ ຫວຽດນາມໄດ້ເລືອກເອົາເສັ້ນທາງສັງຄົມນິຍົມເພື່ອປະຕິບັດຄວາມໃຝ່ຝັນຂອງປະເທດຊາດ. ຕາມສາດສະດາຈານແລ້ວ ນີ້ແມ່ນບົດຂຽນສ້າງແຫຼ່ງບັນດານໃຈໃນຈຸດເວລາທີ່ເໝາະສົມ. ບົດຂຽນໄດ້ຊ່ວຍຄະນະການນຳໃໝ່ຂອງຫວຽດນາມໃນການກະກຽມບັນດາເງື່ອນໄຂທີ່ດີໃຫ້ແກ່ຖັນແຖວພະນັກງານສະມາຊິກພັກຮອງຮັບບັນດາກາລະໂອກາດແລະສິ່ງທ້າທາຍໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ