ນັກຮຽນຮູ້ຈີນ ໄຈ້ແຍກຈຸດອ່ອນ ຂອງ“ເສັ້ນລີ້ນງົວ”

 ນັກຮຽນຮູ້ຈີນ ໄຈ້ແຍກຈຸດອ່ອນ    ຂອງ“ເສັ້ນລີ້ນງົວ” - ảnh 1
ພາບປະກອບ: internet


(vovworld) - ​ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງ ຫວຽດນາມ ປະຈຳ​ປັກ​ກິ່ງ​​​ໄດ້ຄັດ​         ສະ​ເຫ​ນີຄຳ​ເວົ້າ​ຂອງ​ທ່ານ ເຈຍ​ຫລີ​ທ່າ​ຍ ຊຶ່ງ​ແມ່ນ​ນັກຮຽນ​ຮູ້, ນັກ​ວິຈານ​ທີ່​ລື​ຊື່​ຂອງ​ຫນ້າ​ເວັບ​ເຟື້ອງ​ຮ່ວາງ ຮົ່ງກົງ​ປະ​ເທດ​ຈີນ ​ໃນ​ບົດ​ຂຽນ​ທີ່​ລົງ​ພິມ​ໃນ​ຫນ້າ​ເວັບ​​ເມື່ອ​ວັນ​ທີ 20/7 ​ໂດຍຖື​ວ່າ: ການ​ພິພາດ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ລະຫວ່າງ ຈີນ ​ແລະ ຫວຽດນາມ ມີ​ສັນຍານ​ນັບ​ມື້​ນັບ​ເຄັ່ງ​ຕຶງຂຶ້ນ​ຕື່ມ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ ມີ​ເລື່ອງ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສມະຫາ​ສະມຸດ​ຈີນ​ປະກາດ​ການ​ປະ​ມູນ​ສາກົນ​ກ່ຽວ​ກັບບໍ່​ນ້ຳມັນ 9 ​ແຫ່ງ ຊຶ່ງ​ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງຂຶ້ນ​ຕື່ມ. ຕາມ​ທ່່ານ​ເຈຍ​ຫລີ​ທ່າ​ຍ​ແລ້ວ, ບໍ່​ນ້ຳມັນ 9 ​ແຫ່ງ​ດັ່ງກ່າວ​ແມ່ນ​ນອນ​ໃນ​ທາງ​ທິດຕາ​ເວັນ​ອອກຂອງ​ເສັ້ນທາງ 9 ຕອນ ​ແລະ ນອນ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງ ຫວຽດນາມ ຕາມ​ການ​ກຳນົດ​ຂອງ​ສົນ​ທິສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ທະ​ເລ.  ທ່ານ ເຈຍ​ຫລີ​ທ່າ​ຍ ຖື​ວ່າ: ຖ້າ​ຫາກ ຈີນ​ອະທິບາຍ ​ແລະ ຢາກ​ໃຫ້​ປະຊາ​ຄົມ​ໂລກ​ຮັບ​ຮູ້​ເສັ້ນທາງ 9 ຕອນ ​ແມ່ນ​ເສັ້ນຊາຍ​ແດນ​ແຫ່ງ​ຊາດ​ອາດ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ.

ຖ້າ​ຫາກ ປັກ​ກີ່​ງ ຢືນຢັນ​ເສັ້ນທາງ 9 ຕອນ​ແມ່ນ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ, ພາຍຫລັງ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​​ເມື່ອ​ປີ 1975, ​ໃນ​ໄລຍະ 30 ປີ, ຫວຽດນາມ ​ໄດ້​​ຖື​ກຳມະສິດໝູ່​ເກາະ​ໃຫຍ່​ນ້ອຍ 30 ​ແຫ່ງ​ມາ​ຕະຫລອດ ​ແຕ່​ໃນ​ການ​ຄັດຄ້ານ​ທາງ​ການ​ທູດ​ຄັ້ງ​ຕ່າງໆ ປັກ​ກິ່​ງບໍ່​ເຄີຍ​ຍົກ​ບັນຫາ​ດັ່ງກ່າວ​ຈັກ​ເທື່ອ​. ສິ່ງ​ດັ່ງກ່າວ​​ແມ່ນຜິດ​ປົກກະຕິ.

 

 

ຂ່າວ/ບົດ​ອື່ນ