ນັກ​ຮຽນ​ຮູ້​ລັດ​ເຊຍ: ທະ​ເລ​ຕາ​ເວັນ​ອອກ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແມ່ນ​ຈຸ​ດ​ສຸມ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊ​ຽນ

(VOVWORLD) -ໃນວັນທີ 1 ພະຈິກສຳນັກຂ່າວສານ ລັດເຊຍ Realist, ໄດ້ລົງບົດຂຽນຂອງ ນັກຮຽນຮູ້ Grigory Trofimchuk, ປະທານສະພານັກຊ່ຽວຊານກອງທຶນໜູນຊ່ວຍການຄົ້ນຄ້ວາວິທະຍາສາດ ອາຊີ - ເອີລົບ, ດ້ວຍຫົວຂໍ້ “ກອງປະຊຸມສຸດຍອດ ອາຊຽນ ອາດຈະສະກັດກັ້ນເຫດການຢູ່ ທະເລຕາເວັນອອກ”ໄດ້, ໂດຍໃຫ້ຂໍ້ສັງເກດວ່າ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສະພາບການຢູ່ທະເລຕາເວັນອອກ ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມທີ່ຈະໄດ້ນຳມາປຶກສາຫາລືຢູ່ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ເຊິ່ງພວມດຳເນີນຢູ່ ບາງກອກ, ປະເທດໄທ.
ນັກ​ຮຽນ​ຮູ້​ລັດ​ເຊຍ: ທະ​ເລ​ຕາ​ເວັນ​ອອກ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແມ່ນ​ຈຸ​ດ​ສຸມ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊ​ຽນ - ảnh 1 ນັກຮຽນຮູ້ Grigory Trofimchuk, ປະທານສະພານັກຊ່ຽວຊານກອງທຶນໜູນຊ່ວຍການຄົ້ນຄ້ວາວິທະຍາສາດ ອາຊີ - ເອີລົບ (ພາບ: Tert)

ບົດຂຽນຖືວ່າ: ອາຊຽນ ນັບແຕ່ເມື່ອໄດ້ມີການສ້າງຕັ້ງນີ້ກໍ່ແມ່ນເວທີປາໄສປຶກສາຫາລືບັນດາບັນຫາດ້ານການເມືອງ. ດັ່ງນັ້ນ, ໃນສະພາບການ ບັນຫາເຂດນ້ຳແດນດິນຢູ່ທະເລຕາເວັນອອກຍັງບໍ່ທັນໄດ້ຮັບການແກ້ໄຂນັ້ນ ອາຊຽນມີອິດທິພົນຊື່ສຽງໃນພາກພື້ນ ແລະ ທົ່ວໂລກ ຕ້ອງເພີ່ມທະວີການຮັບປະກັນຄວາມໝັ້ນຄົງ ຢູ່ພາກພື້ນນີ້. ບັນຫານີ້ບໍ່ພຽງແຕ່ແມ່ນບັນຫາຂອງປະເທດໃດໜຶ່ງເທົ່ານັ້ນ ຫາກຍັງແມ່ນບັນຫາຂອງທົ່ວໂລກອີກດ້ວຍ ຍ້ອນວ່າ ອາຊີ ເປັນສູນກາງດ້ານພູມສາດການເມືອງໃໝ່ແລ້ວ.

ຜູ້ຂຽນຖືວ່າ ພາຍຫຼັງຮັບບົດບາດເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (BAC), ໄທໄດ້ເປັນເຈົ້າການຍົກອອກແນວຄິດກ່ຽວກັບຫົວເລື່ອງຂອງກອງປະຊຸມຄັ້ງທີ 35 ແມ່ນ “ການພົວພັນຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ”. ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານກໍ່ໃຫ້ຂໍ້ສັງເກດວ່າ ການພັດທະນາແບບຍືນຍົງບໍ່ພຽງແຕ່ກ່ຽວຂ້ອງເຖິງການແກ້ໄຂບັນດາບັນຫາເສດຖະກິດເທົ່ານັ້ນ ຫາກຍັງຕ້ອງຮັບປະກັນສະຖຽນລະພາບດ້ານການເມືອງໃຫ້ແກ່ພາກພື້ນອີກດ້ວຍ. ດັ່ງນັ້ນ, ບັນຫາຄວາມໝັ້ນຄົງ ແລະ ສະພາບການສັບສົນຢູ່ທະເລຕາເວັນອອກຈະເປັນຈຸດສຸມໃນລາຍການດຳເນີນງານຂອງ ກອງປະຊຸມຄັ້ງນີ້.

ປັດຈຸບັນ, ມີເອກະສານຫຼາຍສະບັບໄດ້ຮັບການຮັບຮອງເອົາກ່ຽວກັບບັນຫາເຂດນ້ຳແດນດິນຢູ່ທະເລຕາເວັນອອກທັງຢູ່ລະດັບ ສອງຝ່າຍ ແລະ ຫຼາຍຝ່າຍ, ແຕ່ຍັງບໍ່ສາມາດແກ້ໄຂສະພາບການໃນປັດຈຸບັນໄດ້ຢ່າງເຖິງຖອງ. ຈີນຖືວ່າ ເຂົາເຈົ້າຮັກສາຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ແຕ່ບໍ່ໄດ້ແກ່ດຶງເອົາປະເທດໃດມາປະທະກັນກ່ຽວກັບເຂດນ້ຳແດນດິນ (ຄື ຫວຽດນາມ, ຟີລິບປິນ, ມາເລເຊຍ, ບຣູໄນ ແລະ ບັນດາປະເທດອື່ນໆ) ຍອມຮັບວ່າ ເຂົາເຈົ້າມອບສິດໃຫ້ແກ່ຈີນ ປະຕິບັດໜ້າທີ່ດັ່ງກ່າວ.

ຜູ້ຂຽນໄດ້ສະຫຼຸບວ່າ, ປະຈຸບັນຍັງບໍ່ມີວິທີການແກ້ໄຂທາງການທູດ ແລະ ປອດການທະຫານໃດຢ່າງມີປະສິດທິຜົນເພື່ອເລີ່ມຕົ້ນແກ້ໄຂບັນຫາທີ່ເກີດຂຶ້ນຕົວຈິງຢູ່ທະເລຕາເວັນອອກ, ເວັ້ນເສຍແຕ່ບັນດາກອງປະຊຸມສຸດຍອດສຳຄັນກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາ, ທີ່ພວມໄດ້ດຳເນີນຢູ່ ອາຊີຕາເວັນອອກສ່ຽງໃຕ້, ກ່ອນອື່ນໝົດແມ່ນ ກອງປະຊຸມສຸດຍອດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ