ນັກຮຽນຮູ້ສາກົນສືບຕໍ່ ເອົາໃຈໃສ່ເຖິງບັນຫາ ທະເລຕາເວັນອອກ

ນັກຮຽນຮູ້ສາກົນສືບຕໍ່ ເອົາໃຈໃສ່ເຖິງບັນຫາ ທະເລຕາເວັນອອກ - ảnh 1
ທ່າ​ທີ​ກະຫາຍ​ສົງຄາມຂອງ​ຈີນ
(ພາບປະກອບ)

(vovworld) –  ກົດໝາຍ​ສາກົນ​ແມ່ນ​ວິທີ​ສຳ​ພັດ​ຕົ້ນ​ຕໍ່​ໃນ​ການ​ຄຸ້ມ​ຄອງ​ການ​ຂັດ​ແຍ້ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນັ້ນ​ແມ່ນຄຳ​ເຫັນ​ລວມຂອງ​ນັກຮຽນ​ຮູ້ສ່ວນ​ຫຼາຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ຍີ່ປຸ່ນ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 3, ​ເຊິ່ງດຳ​ເນີນ​ໄປ​ຢູ່​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ປະ​ເທດ​ສິງກະ​ໂປ ​ໃນ​ລະຫວ່າງ​ວັນ​ທີ 12 – 13/06 ທີ່​ຜ່ານ​ມາ.

        ທີ່​ກອງປະຊຸມ​ສຳ​ມາ​ນາ, ນັກຮຽນຮູ​້ຫຼາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນຕໍ່​ສະພາບ​ຄວາມ​ໝັ້ນຄົງ​ທີ່​ພວມ​ຜັນ​ແປ​ໄປ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພິ​ເສດ​ແມ່ນ​ທ່າ​ທີ​ກະຫາຍ​ສົງຄາມຂອງ​ຈີນ ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງອະທິປະ​ໄຕ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ; ​ເລື່ອງ​​ເມີນ​ເສີຍ​ໃຈ​ຕໍ່​ບັນດາ​ຂໍ້​ກຳນົດ ​ແລະ ກົດໝາຍ​ສາກົນ, ​ເລື່ອງນາບ​ຂູ່​ນຳ​ໃຊ້​ອາວຸດ…

        ​ສ່ວນ​ດຣ ຮ່ວາງ​ແອ​ງຕ໋ວນ, ຫົວໜ້າ​ສະຖານ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ການ​ຕ່າງ​ປະ​ເທດ​ຫວຽດນາມ ​ໄດ້​ສະ​ເໜີບັນດາ​ປະ​ເທດ​ໃນ​ໂລກ​ອອກສຽງ​ຢ່າງ​ແຮງ ​ແລະ ມີ​ການ​ກະທຳ​ເປັນ​ເອກະ​ພາບ​ນຳ​ກັນ​ເພື່ອບັງຄັບ​ໃຫ້​ຈີນ ຕ້ອງ​ຖອນ​ຮ້ານ​ເຈ​າະນ້ຳມັນ​ໄຮ່​ຢາງ 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ.

ຂ່າວ/ບົດ​ອື່ນ