ນັກຮຽນເກືອບ 23 ລ້ານຄົນ ຢູ່ຫວຽດນາມເຂົ້າຮ່ວມພິທີໄຂສົກຮຽນໃຫມ່ 2020- 2021

(VOVWORLD) - ຕອນເຊົ້າວັນທີ 5  ກັນຍາ ມີນັກຮຽນເກືອບ 23 ລ້ານຄົນໃນທົ່ວປະເທດຫວຽດນາມໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ 2020- 2021 ຕາມຮູບການກະທັດລັດ, ຮັບປະກັນຄວາມປອດໄພ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19.
ນັກຮຽນເກືອບ 23 ລ້ານຄົນ ຢູ່ຫວຽດນາມເຂົ້າຮ່ວມພິທີໄຂສົກຮຽນໃຫມ່ 2020- 2021 - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມຟຸ່ງກວັກຫຽນ (ຜູ້ຢູ່ເບື້ອງຂວາ) ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ຢູ່ ໂຮງຮຽນອະນຸບານ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ຫງວຽນຊຽວ - ຮ່າໂນ້ຍ (ພາບ: VOV5) 

ຢູ່ນະຄອນຫລວງ ຮ່າໂນ້ຍ ມີນັກຮຽນເກືອບ 2,1 ລ້ານຄົນໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່. ທ່ານ ເວືອງດີງເຫ້ວ, ສາດສະດາຈານ, ປອ ນາຍຄູດີເດັ່ນ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ຢ໋າງຫວໍ ເມືອງ ບາດີງ - ຮ່າໂນ້ຍ.

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມຟຸ່ງກວັກຫຽນ ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ຢູ່ ໂຮງຮຽນອະນຸບານ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ຫງວຽນຊຽວ - ຮ່າໂນ້ຍ.

ສ່ວນທ່ານນາງຮອງປະທານປະເທດຫວຽດນາມດັ້ງທິງອກທິ້ງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ຢູ່ໂຮງຮຽນມັດທະຍົມຕອນປາຍ ເລກູຍໂດນ ນະຄອນໂຮ່ຈີມິນ.

ຢູ່ ນະຄອນດາຫນັງ  ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ນັກຮຽນໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ