ນັກ​ເຕະ ດ​ວານ​ວັ​ນ​ເຫົ້າ ຂອງ ຫວຽດ​ນາມ ເປີດ​ຕົວ​ຢູ່​ສ​ະ​ໂມ​ສອ​ນ SC Heerenveen

(VOVWORLD) - ຕອນຄ່ຳວັນທີ 2 ກັນຍາ, ນັກເຕະບານ ດວານວັນເຫົ້າໄດ້ເຂົ້າຮ່ວມການຖະແຫຼງຂ່າວເປີດຕົວຢູ່ສະໂມສອນ SC Heerenveen ຢູ່ ໂຮນລັງ. 
ນັກ​ເຕະ ດ​ວານ​ວັ​ນ​ເຫົ້າ ຂອງ ຫວຽດ​ນາມ ເປີດ​ຕົວ​ຢູ່​ສ​ະ​ໂມ​ສອ​ນ SC Heerenveen - ảnh 1ດວານວັນເຫົ້າ ຈະນຸ່ງເສື້ອເລກທີ 15 ຢູ່ສະໂມສອນ SC Heerenveen (ພາບ: TTVH)

ພາຍຫຼັງສິ້ນສຸດລະບຽບການທັງໝົດ, ດວານວັນເຫົ້າເປັນສະມາຊິກຂອງສະໂມສອນ SC Heerenveen ຢ່າງເປັນທາງການຊຶ່ງແມ່ນທິນບານເຕະທີ່ພວມແຂ່ງຂັນຢູ່ການແຂ່ງຂັນບານເຕະ ແຫ່ງຊາດໂຮນລັງ (Eredivisie). ນັກເຕະກອງຫຼັງ ມີອາຍຸ 20 ປີດັ່ງກ່າວຈະແຂ່ງຂັນຢູ່ສະໂມສອນ SC Heerenveen ຕາມ ສັນຍາຢືມໂຕໃນໄລຍະ 1 ປີ ຈາກສະໂມສອນ Hanoi FC. ເມື່ອເປັນສະມາຊິກຂອງສະໂມສອນ SC Heerenveen, ດວານວັນເຫົ້າ ຈະນຸ່ງເສື້ອເລກທີ 15 ແລະ ໄດ້ຮັບເງິນເດືອນ 22.000 USD/ເດືອນ. ລາວກໍ່ແມ່ນນັກເຕະບານ ຫວຽດນາມ ຜູ້ທຳອິດທີ່ໄດ້ໄປເຕະບານຢູ່ Eredivisie ຊຶ່ງແມ່ນໜຶ່ງໃນບັນດາການແຂ່ງຂັນໃຫຍ່ແຖວໜ້າຂອງເອີລົບ. ກ່າວຄຳເຫັນຢູ່ການຖະແຫຼງຂ່າວ ນັກເຕະຫງວຽນວັນເຫົ້າໃຫ້ຮູ້ວ່າ

        ຂ້າພະເຈົ້າຈະພະຍາຍາມຈົດສຸດຄວາມສາມາດຂອງຕົນໃນການຝຶກແອບແລະ ຖອດຖອນບົດຮຽນຈາກບັນດາເພື່ອນຮ່ວມທິມ, ຮັບຟັງບັນດາສິ່ງທີ່ດີທີ່ສຸດຈາກ ຄູຝຶກ ແລະ ເຮັດບັນດາສິ່ງທີ່ດີສຸດໃຫ້ແກ່ ສະໂມສອນ. ຫວັງວ່າທຸກໆຄົນຍາມໃດກໍ່ຈະເປັນກຳລັງໃຈໃຫ້ແກ່ສະໂມສອນ ແລະ ຂ້າພະເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ