ນັກໂທດກ່ວາ 15.000 ຄົນໄດ້ຮັບການ ອະໄພຍະໂທດ

ນັກໂທດກ່ວາ 15.000 ຄົນໄດ້ຮັບການ ອະໄພຍະໂທດ - ảnh 1

(ພາບ:qtv.vn)

(vovworld)-  ​ ​ສະພາ​ທີ່​ປຶກສາ​ອະ​ໄພ​ຍະ​ໂທດ​ປີ 2013 ພວມ​ຈັດການ​ພິຈາລະນາ​ສຳ​ເນົາ​ເອກະສານ, ບັນຊີ​ລາຍ​ຊື່​ນັກ​ໂທ​ດ​ໄດ້​ຮັບ​ຂໍ້​ສະ​ເໜີ​ອະ​ໄພ​ຍະ​ໂທດ​ປີ​ນີ້. ຄາ​ດວ່າ​ຈະ​ມີ​ນັກ​ໂທດ 15.000 ຄົນ​ໄດ້​ຮັບ​ນະ​ໂຍບາຍ​ອະ​ໄພ​ຍະ​ໂທດ​ໃນ​ໂອກາດ​ວັນຊາດ​ທີ 2/9. ທ່ານ​ພົນ​ຕີ​ກາວ​ຫງອກ​ແອວງ ຫົວໜ້າ​ກົມ​ໃຫ່ຍຕຳຫຼວດ​ປະຕິບັດ​ຄະດີ​ອາຍາ ​ແລະ ໜູນ​ຊ່ວຍ​ດ້ານ​ຕຸລາການ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ອະ​ໄພ​ຍະ​ໂທດ ກະຊວງ​ຕຳຫຼວດກ່ຽວ​ກັບ​ວຽກ​ງານ​ພິຈາລະນາວຽກ​ງານ​ອະ​ໄພ​ຍະ​ໂທດ ປີ 2013 ​ໃຫ້​ຮູ້​ວ່າ:

  “ມາ​ຮອດ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າກໍ່​ມີ​ບັນຊີ​ລາຍ​ຊື່​ນັກ​ໂທດ​ກ່ວາ 15.000 ຄົນ​ທີ່​ມີມາດຕະຖານອະ​ໄພ​ຍະ​ໂທດ​ຢ່າງ​ຄົບ​ຖ້ວນ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ. ​ເຖິງ​ວ່າມາດຕະຖານ​ເພື່ອ​ພິຈາລະນາ​ໃນ​ປິ​ນີ້​ມີ​ຄວາມ​ແໜ້ນ​ແຟ້ນ ​ແລະ ​ເຂັ້ມງວດ​ທີ່​ສຸດ​ແຕ່​ຈຳນວນ​ດັ່ງກ່າວ​ແມ່ນ​ສູງ​ພໍ​ສົມຄວນ. ໜ້າ​ທີ່​ຂອງ​ຂະ​ແຫນງຕຳຫລວດ​ແມ່ນ​ສືບ​ຕໍ່​ກວດກາ ​ແລະ ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ທັງ​ໝົດ​ກ່ຽວ​ກັບ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ປີ​ນີ້

 

 

ຂ່າວ/ບົດ​ອື່ນ