ນັກໂທດຫຼາຍຄົນ ໄດ້ຮັບອະໄພຍະໂທດ ຂອງປະທານປະເທດໃນໂອກາດວັນຊາດ

ນັກໂທດຫຼາຍຄົນ ໄດ້ຮັບອະໄພຍະໂທດ ຂອງປະທານປະເທດໃນໂອກາດວັນຊາດ - ảnh 1
ນັກໂທດໄດ້ຮັບໃບຕົກລົງ​ອະ​ໄພ​ຍະ​ໂທດ
(ພາບ: anninhthudo.vn)

(vovworld) –  ວັນ​ທີ 31/8, ຢູ່ຄ້າຍ​ຄຸ້ມຂັງ ຫວີງກວາງ (ຕາ​ແສງ ດ້າວ​ຈູ່, ​​ເມືອງ ຕາມ​ດ໋າວ, ​ແຂວງ ຫວີງ​ຟຸກ), ນັກ​ໂທດກ່ວາ 290 ຄົນ​ໄດ້​ຮັບ​​ໃບຕົກລົງ​ອະ​ໄພ​ຍະ​ໂທດ​ຈາກ​ປະທານ​ປະ​ເທດ​ເນື່ອງ​ໃນ​ໂອກາດ​ວັນຊາດ 2/9. ພັນ​​ເອກ ​ເຈີ່ນ​ຮູ່ງ, ກຳມະການ​ຄ້າຍ​ຄຸ້ມຂັງ ຫວີງ​ກວາງ ​ໃຫ້​ຮູ້​ວ່າ: ວິວັດ​ການ​ພິຈາລະນາ​ອະ​ໄພ​ຍະ​ໂທດ​ຄັ້ງ​ນີ້​ຖືກ​ດຳ​ເນີຍ​ໄປ​ຢ່າງປະຊາທິປະ​ໄຕ, ​ເປີດ​ເຜີຍ, ກະຈ່າ​ງ​ແຈ້ງ, ຖືກ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ​ ​ແລະ ໄດ້​ຮັບ​ຄວາມເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ​ຈາກ​ນັກ​ໂທດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ຢູ່​ແຂວງ ຮື​ງອຽນ, ​ໄດ້​ດຳ​ເນີນ​ພິທີ​ປະກາດ​ຂໍ​້ຕົກລົງ​ອະ​ໄພ​ຍະ​ໂທດ​ປີ 2013 ຂອງ​ປະທານ​ປະ​ເທດ, ປ່ອຍ​ຕົວ​ກ່ອນ​ກຳນົດ​ເວລາ​ໃຫ້​ນັກ​ໂທ​ດ 22 ຄົນ​​ຢູ່​ຄ້າຍ​ຄຸ້ມ​ຂັງ​ຊົ່ວ​ຍາມ​ຂອງ​ຕຳຫຼວດ​ແຂວງ. ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຜູ້​​ໄດ້​ຮັບ​ອະ​​ໄພ​ຍະ​ໂທດ ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ​ໂດຍ​ໄວ, ການ​ນຳ​ແຂວງ ຮື​ງອຽນ ​ໄດ້​ຊີ້ນຳ​ອຳນາດ​ການ​ປົກຄອງ​, ອົງການ​ຈັດ​ຕັ້ງ​ມະຫາຊົນ​ທຸກ​ຂັ້ນ​ຈັດ​ຕັ້ງ​ການຕ້ອນ​ຮັບ, ຊ່ວຍ​ເຫຼືອ​ບັນດາ​ຜູ້​​ໄດ້​ຮັບອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ເມື່ອ​ເຂົາ​ເຈົ້າ​ກັບ​ຄືນ​ທ້ອງ​ຖີ່​ນ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ, ມີ​ວຽກ​ເຮັດ​ງານ​ທຳ​​ເປັນ​ປົກກະຕິ, ກາຍ​ເປັນ​​ພົນລະ​ເມື​ອງທີ່​ດີ, ມີ​ຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ສັງຄົມ ​ແລະ ບໍ່​ລະ​ເມີດ​ກົດໝາຍ​ອີກ.

        ຂໍ້​ຕົກລົງ​ອະ​ໄພ​ຍະ​ໂທດ​ປີ 2013 ສະ​ແດງ​​ໃຫ້​ເຫັນນະ​ໂຍບາຍອະນຸ​ໂລ​ມ​ຂອງ​ພັກ, ລັດ ​ແລະ ມູນ​ເຊື້ອ​ມະນຸດສະ​ທຳ​ຂອງ​ຊາດ ຫວຽດນາມ, ສ້າງ​​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ໂທດ​ມີ​ຄວາມ​ພະຍາຍາມ​ໃນ​ວິວັດ​ການດັດ​ສ້າງ​ຕົນ​ເອງ ​ແລະ ມີ​ເງື່ອນ​ໄຂ​​ໄດ້​ຮັບອະ​ໄພ​ຍະ​ໂທດ​ຕາມຂໍ້​ຕົກລົງ​ຂອງ​ກົດໝາຍ​ຢ່າງ​ຄົບ​ຖ້ວຍ ​ໄດ້​ກັບ​ຄືນ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາ​ດ, ສ້າງ​ອະນາຄົດ​ອັນ​ດີງາມ.

ຂ່າວ/ບົດ​ອື່ນ