ນິງ​ບິ່ງ​ສົ່ງ​ເສີມ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່ ອິ​ນ​ເດຍ

(VOVWORLD) -  ນິງບິ່ງຍາມໃດກໍ່ຕ້ອນຮັບບັນດາວິສາຫະກິດ, ນັກລົງທຶນ, ອົງການທ່ອງທ່ຽວ, ຮູບເງົາ ຂອງອິນເດຍ ມາຊອກຮູ້, ຄົ້ນຫາ ແລະ ສຳຫຼວດເພື່ອຈັດຕັ້ງບັນດາລາຍການທ່ອງທ່ຽວເຂົ້າຮ່ວມກອງປະຊຸມສົມທົບກັບການພັກຜ່ອນບຳລຸງສຸຂະພາບ(MICE)…
ນິງ​ບິ່ງ​ສົ່ງ​ເສີມ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່ ອິ​ນ​ເດຍ - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ໃນລະຫວ່າງວັນທີ 26 – 27 ກໍລະກົດ, ທ່ານ ຟ້າມກວາງງອກ, ປະທານຄະນະກຳມະການປະຊາຊົນແຂວງ ນິງບິ່ງ, ມີການເຮັດວຽກຢູ່ ນະຄອນ Mumbai, ລັດ Maharashtra ພາກຕາເວັນຕົກປະເທດ ອິນເດຍ, ເພື່ອແນໃສ່ສົ່ງເສີມການໂຄສະນາການທ່ອງທ່ຽວ, ແນະນຳກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານເສດຖະກິດກໍຄື ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມໃຈຂອງບັນດາແຂວງຕໍ່ບັນດາຄູ່ຮ່ວມມືອິນເດຍ. ໃນຂອບເຂດການເຮັດວຽກ, ການນຳແຂວງນິງບິ່ງ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Mumbai ຈັດຕັ້ງການພົບປະກັບສະຫະພັນທ່ອງທ່ຽວອິນເດຍ (TAFI) ແລະ ການໂອ້ລົມສົນທະນາ ກັບບາງອົງການທ່ອງທ່ຽວ ແລະ ບໍລິສັດຜະລິດຮູບເງົາ Bollywood ຢູ່ Mumbai.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຟ້າມກວາງງອກ ໄດ້ຢັ້ງຢືນວ່າ ນິງບິ່ງຍາມໃດກໍ່ຕ້ອນຮັບບັນດາວິສາຫະກິດ, ນັກລົງທຶນ, ອົງການທ່ອງທ່ຽວ, ຮູບເງົາ ຂອງອິນເດຍ ມາຊອກຮູ້, ຄົ້ນຫາ ແລະ ສຳຫຼວດເພື່ອຈັດຕັ້ງບັນດາລາຍການທ່ອງທ່ຽວເຂົ້າຮ່ວມກອງປະຊຸມສົມທົບກັບການພັກຜ່ອນບຳລຸງສຸຂະພາບ(MICE)…ການນຳແຂວງ ກໍ່ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຄູ່ຮ່ວມມືເພີ່ມທະວີການຊຸກຍູ້ການທ່ອງທ່ຽວ ອິນເດຍກັບ ຫວຽດນາມ ເວົ້າລວມ ແລະ ນິງບິ່ງເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ