ນີງບິ່ງເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ

ນີງບິ່ງເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ - ảnh 1
ທ່ານ ເຈືອງເຕີນຊາງ ເຮັດວຽກຢູ່ແຂວງ ນີງບິ່ງ
(ພາບ: Nguyễn Khang-TTXVN)

(vovworld)- ກ່າວ​ຄວາມ​ເຫັນ​ທີ​ການ​ເຮັດ​ວຽກ ກັບ​ພະ​ນັກ​ງານຫຼັກ​ແຫຼ່ງ ແຂວງ​ນິງ​ບີ່ງ ໃນ​ວັນ​ທີ 20 ມີ​ນາ, ກ່ຽວ​ກັບ​ ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຮັບ​ປະ​ກັນ​​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ຢູ່​ທ້ອງ​ຖິ່ນ, ທ່ານ ປະ​ທານປະ​ເທດ ເຈືອງ​ເຕີ໋ນ​ຊາງ ສະ​ເໜີ​ແຂວງ​ຕ້ອງ​ຍູ້​ແຮ​ງ​ການ​ຫັນ​ປ່ຽນໂຄງ​​ປະ​ກອບເສດ​ຖະ​ກິດ. ເປັນ​ຕົ້ນ​ແມ່ນ​ຂົງ​ເຂດ​ກະ​ສິ​ກຳ​ ເລືອກ​ເຟັ້ນ​ແນວ​ພັນ​ປູກ ແລະ ສັດ​ລ້ຽງ ​ມີທ່າ​ແຮງຕິດ​ພັນ​ ກັບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ ​ເຂົ້າ​ໃນ​ການ​ຜະ​ລິດ, ສ້າງ​ເປັນ​ແຜນນະ​ໂຍ​ບາຍ ແລະ ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ໃນ​ການ​ຊີ້​ນຳ​​ບໍ​ລິ​ຫານ ຖືນີ້​ເປັນ​ໜ້າ​ທີ່​ຮີບ​ດ່ວນ.

        ທ່ານ ປະ​ທານເນັ້ນ​ໜັກວ່າ: ​ນິງ​ບີ່ງກໍ່​ເປັນ​ແຫ່ງ ເຕົ້າ​ໂຮມ​ປູ​ສະ​ນີ​ຍະ​ສະ​ຖານວັດ​ທະ​ນະ​ທຳ, ທັດ​ສະ​ນີ​ຍະ​ພາບ​ທີ່​ມີ​ຊື່ສຽ​ງຫຼາຍ​ແຫ່ງ ເຊັ່ນ: ເຂດປູ​ຊະ​ນີ​ຍະ​ສະຖານ ດິງ - ເລ, ເຈືອງອຽນ, ປ່າ​ສະ​ຫງວນ ກູກເຟືອງ, ທັດ​ສະ​ນີຍ​ະ​ພາບ​ຈ່າງ​ອານ… ນັ້ນ​ແມ່ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ການບໍ​ລິ​ການ, ທ່ານ​ ປະ​ທານ​ປະ​ເທດ ​ຖື​ວ່າ: ໄປ​ຄຽງ​ຄູ່​ກັບ​ການ​ຂຸດ​ຄົ້ນ ​ຂະ​ແໜງ​ເສດ​ຖະ​ກິດປາຍ​ແຫຼມ​ນີ້ ແຂວງ​ຈຳ​ເປັນ​ຕ້ອງອາ​ນຸ​ລັກຮັກ​ສາ, ບູ​ລະ​ນະ, ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ​ສ້າງ​ຜະ​ລິດ​ຕະ​ພັນ​ ທ່ອງ​ທ່ຽວໃໝ່​ຕື່ມ​ອີກ ເພື່ອດຶງ​ດູດ ນັກ​ທ່ອງ​ທ່ຽວ​ພາຍໃນ ແລະ ຕ່າງ​ປະ​ເທດ.

        ຢູ່​ນີງ​ບິ່ງ, ທ່ານ​ ປະ​ທານ​ປະ​ເທດ ເຈືອງ​ເຕີ໋ນ​ຊາງ ໄດ້​ໄປໄຕ້​ທູບ​ ຢູ່ ຫໍ​ບູ​ຊາ​ເຈົ້າ​ຊີ​ວິດ ດິງ, ເຈົ້າ​ຊີ​ວິດ ເລດ້ານແຫ່ງ, ແລະ ຫໍ​ສີ​ລາ​ເລກ​ອາ​ໄລ​ຫາ​ເຈົ້າ​ຊີ​ວິດ  ເລກົງອວນ, ​ຜູ້​ທີ່​ໄດ້​ຕັດ​ສີນ​ຍ້າຍເມືອງຫຼວງ ທ​ຈາກ​ນິງ​ບີ່ງ ມາ ​ທັງ​ລອງ ​ເມື່ອປີ 1010.

ຂ່າວ/ບົດ​ອື່ນ