ນັບແຕ່ວັນທີ 01/07/2013, ມີກົດໝາຍຫຼາຍ ສະບັບເລີ່ມມີຜົນສັກສິດ

ນັບແຕ່ວັນທີ 01/07/2013, ມີກົດໝາຍຫຼາຍ ສະບັບເລີ່ມມີຜົນສັກສິດ  - ảnh 1
(ພາບປະກອບ)

(vovworld) - ​ນັບ​ແຕ່​ວັນ​ທີ 01/07/2013, ກົດໝາຍ 9 ສະບັບ ​ແລະ ດຳລັດ 2 ສະບັບ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ສິດຂອງ​ປະຊາຊົນ​​ເລີ່​ມມີ​ຜົນ​ສັກສິດນັ້ນ​ແມ່ນ: ກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ, ກົດໝາຍ​ວ່າ​ດ້ວຍ​ລາຍ​ຮັບ​ສ່ວນ​ບຸກຄົນ (​ສະບັບ​ປັບປຸງ), ກົ​ດໝາຍວ່າດ້ວຍການ​ປັບ​​​ໃໝ​ລົງ​ໂທດ​ສຳລັບ​ກໍລະນີມີການກຳທຳຜິດທາງດ້ານ​ບໍລິຫານ, ກົດໝາຍ​​ປັບປຸງ, ​ເພີ່ມ​ເ​ຕີ່ມ​ບາງ​ມາດຕາກົດໝາຍ​ວ່າ​ດ້ວຍ​ໄຟຟ້າ, ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາສີ​ອາກອນ, ກົດໝາຍ ປັບປຸງ​ເພີ່ມ​ເຕີ່ມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍທະນາຍຄວາມ, ກົດໝາຍ​ວ່າ​ດ້ວຍ​ສະຫະກອນ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳ​ໜ່າຍ.

        ສ່ວນ​ດຳລັດ 2 ສະບັບຂອງ​ລັດຖະບານ​ກໍ່​​ເລີ່​ມມີ​ຜົນ​ສັກສິດນັບແຕ່​ວັນ​ທີ 01/07/2013 ​ເປັນ​ຕົ້ນ​ໄປນັ້ນ​ແມ່ນ: ດຳລັດ​ກຳນົດ​ກ່ຽວ​ກັບ​ການ​ປັບ​ໄໝ​ກໍລະນີມີການກຳທຳຜິດທາງດ້ານ​ບໍລິຫານໃນ​ຂົງ​ເຂດ​ຄົມມະນາຄົມ​ທາງບົກ, ດຳລັດ​ກຳນົດ​ລະດັບ​ເງິນ​ເດືອນ​ພື້ນຖານ​ສຳລັບ​ພະນັກງານ, ລັດຖະກອນ, ພາລະ​ກອນ ​ແລະ ກຳລັງ​ປະ​ກອບ​ອາວຸດ​.

        ຕອນ​ບ່າຍ​ວັນ​ທີ 01/07, ຢູ່​ຮ່າ​ໂນ້ຍ, ອົງການປະກັນ​ສັງຄົມຫວຽດນາມ ​ແລະ ກະຊວງ​ສາທາລະນະ​ສຸກ ​ໄດ້ສົມທົບ​ກັນຈັດ​ຕັ້ງ ງາມ​ໂຮມ​ຊຸມນຸມ​ມິດ​ຕິງວັນປະກັນ​ສຸຂະພາບ​ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “ຊຸກຍູ້​ວິວັດ​ການ​ປະຕິບັດ​ຈຸດໝາຍປະຕິບັດ​ການປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ”. ກ່າວ​ຄຳ​ເຫັນ​ທີ່​ງານ​ໂຮມ​ຊຸມ​ນຸມມິດ​ຕິງ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ​ຕັກ​ເຕື່ອນກະຊວງ​ສາທາລະນະ​ສຸກ ​ແລະ ປະກັນສັງຄົມຫວຽດນາມ ປະຕິບັດ 3 ຈຸດໝາຍ​ທີ່​ວາງ​ອອກ​ຂອງ​​ແຜນ​ຮ່າງປະກັນ​ສຸຂະພາບທົ່ວ​ປວງ​ຊົນ​ເຊິ່ງຫາ​ກໍ່​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ຢ່າງ​ມີ​ປະສິດທິ​ຜົນຈາກ​ລັດຖະບານ. ​ໃນ​ນັ້ນ ​ເພີ່ມ​ອັດ​ຕາ​ປະຊາຊົນ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ, ​ເປີດ​ກວ້າງ​ເປົ້າ​ໝາຍ ​ເພື່ອ​ຮອດ​ປີ 2015 ບັນລຸ​ກວ່າ 70% ຈຳນວນ​ປະຊາຊົນ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ ​ແລະ ຮອດ​ປີ 2020 ອັດຕາ​ນີ້​ແມ່ນ 80%. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ.

        “ສືບ​ຕໍ່​ຄົ້ນ​ຄວ້າ, ສຳ​ເລັດກົນ​​​ໄກ, ນະ​​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ປະກັນ​ສຸຂະພາບ; ​ໃນ​ນັ້ນ​ຕ້ອງ​ສະ​ເໜີ​ການ​ປັບປຸງ, ປ່ຽນ​ແປງ​ບັນດາ​ຂໍ້​ຈຳກັດຢ່າງ​ທັນ​ການ ​ເພື່ອ​ໃຫ້​ນະ​ໂຍບາຍ​ປະກັນ​ສຸຂະພາບ ນັບ​ມື້​ນັບ​ສອດ​ຄອງ​ກັບ​ຄວາມ​ຮຽກຮ້ອງ​ຕົວ​ຈິງ ​ແລະ ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ແຕ່ລະ​ໄລຍະ. ສຳລັບ​ກົນ​ໄກ, ນະ​​ໂຍບາຍ​ເປີດ​ກວ້າງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ເປົ້າ​ໝາຍ​ຄື ຊາວ​ກະສິກອນ, ຊາວ​ປາ​ມົງ, ຜູ້​ມີ​ລາຍ​ຮັບ​ຕໍ່າ, ຄົນ​ງານ​ເສລີ. ສຳລັບ​ກົນ​ໄກ, ນະ​ໂຍບາຍ​ ຈາຍ, ກວດ ​ແລະ ປິ່ນ​ປົວ​ພະຍາດ ຕາມ​ການປະກັນ​ສຸຂະພາບ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ລະບຽບ​ບໍລິຫານ, ທ່າທ່ີ, ຄຸນສົມບັດ ​ແລະ ຄຸນ​ນະພາ​ບການ​ກວດ ​ແລະ ປິ່ນປົວ​ພະຍາດ”.

ຂ່າວ/ບົດ​ອື່ນ