ນັບ​ແຕ່​ວັນ​ທີ28/03, ບັນດາ​ອົງການ​ສາສະໜາ​ຈະຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​​ທີ່​ເຕົ້າ​ໂຮມຫຼາຍຄົນ ​ໂດຍ​ຊົ່ວຄາວ

(VOVWORLD) -ຄະນະສາສະໜາລັດຖະບານສະເໜີໃຫ້ການນໍາບັນດາອົງການສາສະໜາຈົ່ງຕັ້ງໜ້າເສີມຂະຫຍາຍບັນດາການກະທໍາທີ່ເປັນປະໂຫຍດ, ຈ່ົງຢຸດຕິບັນດາການເຄື່ອນໄຫວເຕົ້າໂຮມຫຼາຍຄົນ.
ນັບ​ແຕ່​ວັນ​ທີ28/03, ບັນດາ​ອົງການ​ສາສະໜາ​ຈະຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​​ທີ່​ເຕົ້າ​ໂຮມຫຼາຍຄົນ ​ໂດຍ​ຊົ່ວຄາວ - ảnh 1 (ພາບປະກອບ: TTXVN)

ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ແລະຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ວັນທີ 27 ມີນາ, ຄະນະສາສະໜາລັດຖະບານສະເໜີໃຫ້ການນໍາບັນດາອົງການສາສະໜາຈົ່ງຕັ້ງໜ້າເສີມຂະຫຍາຍບັນດາການກະທໍາທີ່ເປັນປະໂຫຍດ, ແນະນໍາໃຫ້ບັນດາອົງການຈັດຕັ້ງທາງສາສະໜາທີ່ເປັນສາຂາ, ບັນດາສະຖານທີ່ບູຊາຈ່ົງຢຸດຕິບັນດາການເຄື່ອນໄຫວເຕົ້າໂຮມຫຼາຍຄົນ ເຊິ່ງເລີ່ມປະຕິບັດແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 28 ມີນາໄປຈົນເຖິງເວລາທີ່ລັດຖະບານມີຄໍາສັ່ງຊີ້ນໍາຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ