ນັບແຕ່ເດືອນ ພະຈິກ 2021 ຈະຜັນຂະຫຍາຍບັ້ນສັກວັກຊິນ Pfizer ໃຫ້ແກ່ເດັກໃນທົ່ວປະເທດ

(VOVWORLD) -ອົງການອະນາໄມໂລກ ໄດ້ກ່າວເຕືອນໃຫ້ສັກວັກຊິນຊະນິດນີ້ໃຫ້ເດັກ ແລະ ຫຼາຍປະເທດກໍ່ໄດ້ນຳໃຊ້. ນີ້ແມ່ນວັກຊິນທີ່ຮັບປະກັນຄວາມປອດໄພໃຫ້ແກ່ເດັກ.
ນັບແຕ່ເດືອນ ພະຈິກ 2021 ຈະຜັນຂະຫຍາຍບັ້ນສັກວັກຊິນ Pfizer ໃຫ້ແກ່ເດັກໃນທົ່ວປະເທດ - ảnh 1ທີ່ກອງປະຊຸມ
(ພາບ: hanoimoi.com.vn)

ວັນທີ 26 ຕຸລາ, ທີ່ກອງປະຊຸມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງກ່ຽວກັບວຽກງານສັກວັກຊິນກັນໂຄວິດ-19 ໃຫ້ແກ່ເດັກ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໃຫ້ຮູ້ວ່າ, ນັບແຕ່ເດືອນ ພະຈິກ 2021, ບັ້ນສັກວັກຊິນກັນໂຄວິດ-19 ໃຫ້ແກ່ເດັກຈະໄດ້ຈັດຕັ້ງໃນບໍລິເວນທົ່ວປະເທດ ດ້ວຍຊະນິດວັກຊິນ Comirnaty ໂດຍ Pfizer-BioNtech ຂອງ ອາເມລິກາ ຜະລິດ. ອົງການອະນາໄມໂລກ ໄດ້ກ່າວເຕືອນໃຫ້ສັກວັກຊິນຊະນິດນີ້ໃຫ້ເດັກ ແລະ ຫຼາຍປະເທດກໍ່ໄດ້ນຳໃຊ້. ນີ້ແມ່ນວັກຊິນທີ່ຮັບປະກັນຄວາມປອດໄພໃຫ້ແກ່ເດັກ.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນແທັງລອງ ຮຽກຮ້ອງໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງ ແລະ ທ້ອງຖິ່ນຕ່າງໆ ຈົ່ງກະກຽມຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ໃຫ້ແກ່ເດັກ ຕາມເກນອາຍຸທີ່ໄດ້ແນະນຳ ແນໃສ່ຮັບປະກັນຄວາມປອດໄພ, ມີວິທະຍາສາດ ແລະ ບັນລຸປະສິດທິຜົນ. ເລື່ອງສັກວັກຊິນກັນໂຄວິດ-19 ໄດ້ປະຕິບັດມາກ່ອນແລ້ວກັບເດັກທີ່ຢູ່ໃນເກນອາຍຸແຕ່ 16 – 17 ປີ, ຫຼັງຈາກນັ້ນຈະຄ່ອຍໆຫຼຸດລະດັບເກນອາຍຸລົງ.

        ສຳລັບເດັກຢູ່ໃນເກນອາຍຸຕ່ຳກວ່າ 16 ປີນັ້ນ, ທາງກະຊວງສາທາລະນະສຸກໄດ້ສ້າງແຜນການຜັນຂະຫຍາຍການສັກວັກຊິນໃນປີ 2022 ບົນພື້ນຖານຢ່າງມີວິທະຍາສາດ ແລະ ອັບເດດວັກຊິນຊະນິດຕ່າງໆໃຫ້ແກ່ເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ