ນິວຊີ​ແລນ ກວດ​ພົບ​ກໍລະນີ​ຕິດ​ເຊື້ອ​ທໍາ​ອິດ​ໃນ​ຊຸມຊົນ ພາຍຫຼັງ 102 ວັນ

(VOVWORLD) -ໄລ່ຮອດວັນທີ 11 ສິງຫາ (ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 20,5 ລ້ານຄົນ.
ນິວຊີ​ແລນ ກວດ​ພົບ​ກໍລະນີ​ຕິດ​ເຊື້ອ​ທໍາ​ອິດ​ໃນ​ຊຸມຊົນ ພາຍຫຼັງ 102 ວັນ - ảnh 1ວົງການສາທາລະນະສຸກ ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອໂຄວິດ - 19 ຄົນທໍາອິດໃນຊຸມຊົນ ພາຍຫຼັງ 102 ວັນທີ່ບໍ່ພົບກໍລະນີຕິດເຊື້ອ (ພາບ: Reuters)

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດວັນທີ 11 ສິງຫາ (ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 20,5 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 744.000 ຄົນ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.

        ຢູ່ພາກພື້ນ ເອີຣົບ, ບັນດາປະເທດ ແອັດສະປາຍ, ຝລັ່ງ  ແລະ ໂຮນລັງ ພວມປະກົດມີຈໍານວນຜູ້ຕິດເຊື້ອໂຄວິດ - 19 ໃໝ່ ສືບຕໍ່ເພີ່ມຂຶ້ນຢ່າງແຮງໃນຊຸມວັນຜ່ານມາ.

        ໃນຂະນະນັ້ນ, ຢູ່ ນິວຊີແລນ, ວົງການສາທາລະນະສຸກ ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອໂຄວິດ - 19 ຄົນທໍາອິດໃນຊຸມຊົນ ພາຍຫຼັງ 102 ວັນທີ່ບໍ່ພົບກໍລະນີຕິດເຊື້ອ ແລະ ປັດຈຸບັນ, ຍັງບໍ່ຮູ້ແຫຼ່ງຕິດແປດເທື່ອ.

        ຕໍ່ໜ້າສະພາບການໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນ, ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ລັດຖະບານບາງປະເທດຄື ອຽກລັງ, ຝລັ່ງ ໄດ້ປະກາດໃຊ້ຂໍ້ກໍານົດ ບັງຄັບໃຫ້ປະຊາຊົນຕ້ອງໃສ່່ຜ້າອັດປາກ - ອັດດັງຢູ່ຕາມສະຖານທີ່ສາທາລະນະ.

ຕອບກັບ

ຂ່າວ/ບົດ​ອື່ນ