ນິວຊີແລນ ຈະຈັດຕັ້ງກອງປະຊຸມ APEC ທາງອອນລາຍໃນປີ 2021

(VOVWORLD) - ວັນທີ 30 ມິຖຸນາ, ທ່ານ Winston Peters ລັດຖະມົນຕີການຕ່າງປະເທດ ນິວຊີແລນ ປະກາດວ່າ ປະເທດນີ້ ຈະຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຕາມຮູບການອອນລາຍໃນປີ 2021. 

ຖະແຫຼງການຂອງທ່ານລັດຖະມົນຕີການຕ່າງປະເທດ Winston Peters ໃຫ້ຮູ້ວ່າ: ຄາດວ່າກອງປະຊຸມ APEC ຈະໄດ້ຈັດຕັ້ງຢູ່ ນິວຊີແລນ ໃນເດືອນ ພະຈິກ 2021, ໃນນັ້ນມີການເຂົ້າຮ່ວມຂອງການນຳບັນດາປະເທດຄື ອາເມລິກາ, ຈີນ, ຍີ່ປຸ່ນ, ລັດເຊຍ ແລະ ອົດສະຕາລີ...

        ອະທິບາຍກ່ຽວກັບແຜນການດັ່ງກ່າວ, ທ່ານ Winston Peters ເນັ້ນໜັກວ່າ ໃນສະພາບການໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນໃນທົ່ວໂລກ, ເລື່ອງສ້າງແຜນການຕ້ອນຮັບເຈົ້າໜ້າທີ່ຂັ້ນສູງມາ ນິວຊີແລນ ເປັນຈຳນວນຫລາຍນັບແຕ່ທ້າຍປີ 2020 “ບໍ່ອາດປະຕິບັດໄດ້”. ຖ້າຈັດຕັ້ງ APEC ຕາມຮູບການໂດຍກົງ, ນິວຊີແລນ ຈະຕ້ອນຮັບຄົນເຂົ້າເມືອງນັບຫລາຍພັນຄົນນັບແຕ່ທ້າຍປີ 2020 ເປັນຕົ້ນໄປ, ໃນນັ້ນ ມີແຂກມາຈາກບາງປະເທດເກີດໂລກລະບາດໂຄວິດ-19 ຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ