ນິວຊີແລນ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ

(VOVWORLD) - ການຢ້ຽມຢາມໄດ້ສະແດງໃຫ້ເຫັນຈຸດສຸມການພົວພັນຕ່າງປະເທດໃໝ່ຂອງ ນິວຊີແລນ, ຖືພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນກຸ່ມຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ
ນິວຊີແລນ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈຸງ
(ພາບປະກອບ: ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ)

ແຕ່ວັນທີ 05 – 12 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ນິວຊີແລນ Winston Peters, ໄດ້ໄປປະຕິບັດງານເຖິງ 4 ປະເທດ ອາຊີ, ໃນນັ້ນ ຫວຽດນາມ ແມ່ນປະເທດທຳອິດ (ແຕ່ວັນທີ 05 – 06 ມິຖຸນາ). ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານ Winston Peters, ໄປເຖິງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ນັບແຕ່ຮັບດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດໃນລັດຖະບານສຳພັນທະມິດ 3 ພັກຢູ່ ນິວຊີແລນ.

ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈຸງ ແລ້ວ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນຈຸດສຸມການພົວພັນຕ່າງປະເທດໃໝ່ຂອງ ນິວຊີແລນ, ຖືພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນກຸ່ມຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ, ພຽງຖັດຈາກ ອົດສະຕາລີ ແລະ ບັນດາປະເທດເກາະທາງພາກໃຕ້ມະຫາສະມຸດປາຊີຟິກ ເທົ່ານັ້ນ. ທ່ານ ຫງວຽນວັນຈູງ ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ Winston Peters, ແມ່ນໂອກາດເພື່ອໃຫ້ກະຊວງການຕ່າງປະເທດຂອງ 2 ປະເທດ, ຮັບຮອງເອົາກົນໄກປະຈຳໄລຍະກອງປະຊຸມລັດຖະມົນຕີການຕ່າງປະເທດ, ປຶກສາຫາລືບັນດາມາດຕະການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້. ໃນນັ້ນ, 2 ຝ່າຍຈະສຸມໃສ່ປຶກສາຫາລືມາດຕະການເພື່ອປະຕິບັດແຜນການກະທຳໄລຍະ 2021 – 2024 ໃຫ້ບັນລຸຜົນສຳເລັດ, ກຳນົດບຸລິມະສິດ ແລະ ການກຳນົດທິດໃໝ່ໃຫ້ແກ່ແຜນການໄລຍະຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ