ນິວຊີແລນ ປາດຖະໜາຢາກໃຫ້ເປີດກ້ວາງ ແລະ ປັບປຸງການພົວພັນກັບ ຫວຽດນາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ນິວຊີແລນ ແຕ່ວັນທີ 03 – 05 ທັນວາ, 
ນິວຊີແລນ ປາດຖະໜາຢາກໃຫ້ເປີດກ້ວາງ ແລະ ປັບປຸງການພົວພັນກັບ ຫວຽດນາມ - ảnh 1ທ່ານ ເຈີ່ນແທງເມີ໋ນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Trevor Mallard (ພາບ: TTXVN)

ຕອນເຊົ້າວັນທີ 05 ທັນວາ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ໋ນ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Trevor Mallard. ນະທີ່ນີ້, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ໋ນ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ເພື່ອໃຫ້ ນິວຊີແລນ ສຳເລັດບົດບາດເປັນປະເທດເຈົ້າພາບ APEC ປີ 2021 ເປັນຢ່າງດີ. ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ໋ນ ສະເໜີສະພາແຫ່ງຊາດ, ລັດຖະບານ ນິວຊີແລນ ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ; ສ້າງເງື່ອນໄຂ, ສະໜັບສະໜູນບັນດາບັນຫາຮັກສາວັດທະນະທຳ ແລະ ພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ.

 

ຕອບກັບ

ຂ່າວ/ບົດ​ອື່ນ