ນອກແວ ເນລະເທດພາລະກອນສະຖານທູດ ລັດເຊຍ ປະຈຳ Oslo 15 ຄົນ

(VOVWORLD) - ເຈົ້າໜ້າທີ່ປະເທດນີ້ຈະບໍ່ສະໜອງວີຊາໃຫ້ຊາວ ລັດເຊຍ ທີ່ຖືກສົງໄສວ່າ ຮ່ວມມືກັບອົງການສອດແນມ ລັດເຊຍ.
ນອກແວ ເນລະເທດພາລະກອນສະຖານທູດ ລັດເຊຍ ປະຈຳ Oslo 15 ຄົນ - ảnh 1ສະຖານທູດ ລັດເຊຍ ປະຈຳ Oslo
(ພາບ: Reuters)

        ວັນທີ 13 ເມສາ, ກະຊວງການຕ່າງປະເທດ ນອກແວ ແຈ້ງໃຫ້ຊາບວ່າ ພາລະກອນ 15 ຄົນຂອງສະຖານທູດ ລັດເຊຍ ປະຈຳ Oslo, ປະເທດ ນອກແວ ຕ້ອງອອກຈາກປະເທດນີ້ໃນທັນທີ. ກະຊວງການຕ່າງປະເທດ ນອກແວ ຖືວ່າ ບັນດາພາລະກອນຂອງສະຖານທູດ ລັດເຊຍ ໄດ້ດຳເນີນການເຄື່ອນໄຫວເປັນນັກສືບລາຊະການລັບພາຍໃຕ້ຕຳແໜ່ງພາລະກອນການທູດ.

        ທ່ານນາງລັດຖະມົນຕີການຕ່າງປະເທດ ນອກແວ Anniken Huitfeldt ຊີ້ແຈ້ງວ່າ, ເຈົ້າໜ້າທີ່ປະເທດນີ້ຈະບໍ່ສະໜອງວີຊາໃຫ້ຊາວ ລັດເຊຍ ທີ່ຖືກສົງໄສວ່າ ຮ່ວມມືກັບອົງການສອດແນມ ລັດເຊຍ. ເຖິງຢ່າງໃດກໍ່ຕາມ, ທ່ານນາງເນັ້ນໜັກວ່າ ຍາມໃດບັນດານັກການທູດ ລັດເຊຍ ກໍ່ໄດ້ຮັບຄວາມຊົມເຊີຍຢູ່ ນອກແວ ແລະ Oslo ແລະ ຢາກຮັກສາການພົວພັນທາງການທູດເປັນປົກກະຕິກັບ ມົດສະກູ.

        ໃນວັນດຽວກັນ, ໂດຍມີປະຕິກິລິຍາຕໍ່ການກະທຳຂອງ ນອກແວ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ຈະມີການກະທຳໂຕ້ຕອບທີ່ສົມເຫດສົມຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ