ນະຄອນ Burgas ຈະເປັນຂົວຕໍ່ໃຫ້ບັນດາວິສາຫະກິດ ຫວຽດນາມ ຢູ່ ເອີລົບ

(VOVWORLD) - ປະຈຸບັນ, ບັນດາໝາກຜົນແຫ່ງການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ຝ່າຍຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດເທື່ອ.
ນະຄອນ Burgas ຈະເປັນຂົວຕໍ່ໃຫ້ບັນດາວິສາຫະກິດ ຫວຽດນາມ ຢູ່ ເອີລົບ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານ Dimitar Nikolov, ເຈົ້າຄອງນະຄອນ Burgas)

          ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວຢູ່ນະຄອນຫຼວງ Sofia, ຕອນເຊົ້າວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຮອດນະຄອນ Burgas, ເມືອງເອກຂອງແຂວງ Burgas ແລະ ເປັນສູນອຸດສາຫະກຳ, ຄົມມະນາຄົມຂົນສົ່ງ, ວັດທະນະທຳ ແລະ ທ່ອງທ່ຽວສຳຄັນຂອງເຂດທາງທິດຕາເວັນອອກສ່ຽງໃຕ້ ບຸນກາຣີ.

          ທີ່ການຕ້ອນຮັບທ່ານ Dimitar Nikolov, ເຈົ້າຄອງນະຄອນ Burgas, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ, ປະຈຸບັນ, ບັນດາໝາກຜົນແຫ່ງການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ຝ່າຍຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດເທື່ອ. ທ່ານຖືວ່າ, ບັນດາວິສາຫະກິດຂອງ ຫວຽດນາມ ສາມາດເຊື່ອມຕໍ່ກັບບັນດາວິສາຫະກິດຂອງ ບຸນກາຣີ ເພື່ອແຊກຊຶມເຂົ້າຕະຫຼາດ ເອີລົບ ແລະ ເຂດ Balkan ແລະ ກົງກັນຂ້າມ, ບຸນກາຣີ ສາມາດລົງທຶນເຂົ້າ ຫວຽດນາມ ແລະ ຜ່ານນັ້ນລົງທຶນເຂົ້າບັນດາປະເທດ ອາຊຽນ ເຊິ່ງມີພື້ນຖານເສດຖະກິດໃຫຍ່ອັນດັບ 5 ໃນໂລກ. ບຸນກາຣີມີທ່າກຳປັ່ນນ້ຳເລິກ, ເຊິ່ງເປັນສູນທ່ອງທ່ຽວ ມີຄວາມສາມາດບົ່ມຊ້ອນໃນການເດີນເຮືອ, logistic. ສະນັ້ນ, ຫວຽດນາມ ຈະຮຽກຮ້ອງໃຫ້ບັນດາວິສາຫະກິດລົງທຶນເຂົ້າຂົງເຂດນີ້.

          ສ່ວນທ່ານ Dimitar Nikolov, ເຈົ້າຄອງນະຄອນ Burgas ໃຫ້ຮູ້ວ່າ, ນະຄອນ Butgas ພວມພັດທະນາບັນດາເຂດອຸດສາຫະກຳ. ຖ້າຫາກວິສາຫະກິດ ຫວຽດນາມ ມີຄວາມສົນໃຈຕໍ່ຂົງເຂດນີ້, ທາງນະຄອນ Burgas ຈະສະຫງວນທີ່ດິນເພື່ອໃຫ້ວິສາຫະກິດ ຫວຽດນາມ ມາລົງທຶນຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ