ນະ​ຄອນ ດ່າ​ໜັງ ປຸກ​ລະ​ດົມ​ວັນບຸນ​ປູກ​ຕົ້ນ​ໄມ້

(VOVWORLD) - ວັນທີ 6 ກຸມພາ (ເຊິ່ງກົງກັບມື້ທີ 6 ຂອງບຸນປີໃໝ່ປີຂານ 2022), ສະມາຄົມນັກຮົບເກົ່ານະຄອນ ດ່າໜັງ ສົມທົບກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນ ໄດ້ຈັດຕັ້ງພິທີປຸກລະດົມວັນບຸນປູກຕົ້ນໄມ້ລະດູບານໃໝ່ປີຂານ 2022.
ນະ​ຄອນ ດ່າ​ໜັງ ປຸກ​ລະ​ດົມ​ວັນບຸນ​ປູກ​ຕົ້ນ​ໄມ້ - ảnh 1ຫົວໜ່ວຍຕ່າງໆໄດ້ປູກຕົ້ນໄມ້ກິນໝາກ 100 ຕົ້ນຢູ່ສູນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ເດັກນ້ອຍຜູ້ທີ່ໂຊກບໍ່ດີ ຢູ່ ດ່າໜັງ (ພາບ:baotainguyenmoitruong.vn)

ທີ່ພິທີປຸກລະດົມວັນບຸນປູກຕົ້ນໄມ້, ຫົວໜ່ວຍຕ່າງໆໄດ້ປູກຕົ້ນໄມ້ກິນໝາກ 100 ຕົ້ນຢູ່ສູນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ເດັກນ້ອຍຜູ້ທີ່ໂຊກບໍ່ດີ ຢູ່ດ່າໜັງ ເຊິ່ງຕັ້ງຢູ່ຕາແສງ ຮວ່າເຍິນ, ເມືອງ ຮວ່າວາງ. ທ່ານ ຫວໍວັນເຈືອງ, ຮອງຜູ້ອຳນວຍການພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນ ດ່າໜັງ ໃຫ້ຮູ້ວ່າ:

“ລາຍການປຸກລະດົມວັນບຸນປູກຕົ້ນໄມ້ ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ການຜັນຂະຫຍາຍແຜນການຂອງຄະນະກຳມະການປະຊາຊົນນະຄອນ ດ່າໜັງ ເພື່ອແນໃສ່ຕອບສະໜອງລາຍການປູກຕົ້ນໄມ້ 1 ລ້ານຕົ້ນ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປຸກລະດົມ. ຮ່ວມເດີນທາງກັບສະມາຄົມນັກຮົບເກົ່ານະຄອນຄົນໃນບັ້ນເຄື່ອນພົນຄັ້ງນີ້ ກໍເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນບັນດາປັດໄຈບໍ່ດີຕໍ່ການປ່ຽນແປງຂອງດິນຟ້າອາກາດ. ສະມາຄົມນັກຮົບເກົ່າໄດ້ເປັນແບບຢ່າງໃນການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ”.

ເນື່ອງໃນໂອກາດນີ້, ພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນ ດ່າໜັງ ກໍ່ໄດ້ມອບເບັ້ຍໄມ້ 400 ເບັ້ຍ ໃຫ້ແກ່ສະມາຄົມນັກຮົບເກົ່າທຸກຂັ້ນຂອງນະຄອນເພື່ອປູກຕົ້ນໄມ້ໃນຍາມຕົ້ນລະດູບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ