ນະຄອນ ດ່າໜັງ ເບິ່ງແຍງ ປະຊາຊົນໃນຍາມບຸນເຕັດ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມຫຼືເອີ້ນວ່າ ບຸນເຕັດປີ ຂານ 2022, ນະຄອນດ່ານັ້ງ ໄດ້ໃຊ້ງົບປະມານເກືອບ 75 ຕື້ດົ່ງ ເພື່ອມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຜູ້ໄດ້ຮັບການຊ່ວຍເຫຼືອສັງຄົມ
ນະຄອນ ດ່າໜັງ ເບິ່ງແຍງ ປະຊາຊົນໃນຍາມບຸນເຕັດ - ảnh 1ການນຳນະຄອນດານັ້ງໄປມອບຂອງຂວັນໃຫ້ແກ່ປະຊາຊົນ

    ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມຫຼືເອີ້ນວ່າ ບຸນເຕັດປີ ຂານ 2022, ນະຄອນດ່ານັ້ງ ໄດ້ໃຊ້ງົບປະມານເກືອບ 75 ຕື້ດົ່ງ ເພື່ອມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຜູ້ໄດ້ຮັບການຊ່ວຍເຫຼືອສັງຄົມ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໄດ້ຮັບເງິນ ແຕ່ 550.000 ດົ່ງ/ຄົນ ເຖິງ 2,5 ລ້ານດົ່ງ/ຄົນ. ເປົ້າໝາຍຮັບການຊ່ວຍເຫຼືອສັງຄົມ, ກຳມະກອນ, ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ, ເດັກນ້ອຍທຸກຍາກໄດ້ຮັບການໜູນຊ່ວຍແຕ່ 300.000 – 600.000 ດົ່ງ/ຄົນ. ທ່ານ ຫງວຽນວັນອານ, ຮອງຫົວໜ້າພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມນະຄອນ ດ່າໜັງ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າພະຍາຍາມປະຕິບັດວຽກງານໜູນຊ່ວຍ, ເບິ່ງແຍງເປົ້າໝາຍນະໂຍບາຍສັງຄົມໃຫ້ທັນເວລາ. ທາງນະຄອນໄດ້ເປີດກ້ວາງເປົ້າໝາຍມອບຂອງຂວັນໃຫ້ຫົວໜ້າໜ່ວຍ, ຮອງຫົວໜ້າໜ່ວຍຊຸມຊົນ, ເລຂາໜ່ວຍພັກ, ຫົວໜ້າຄະນະວຽກງານແນວໂຮມ... ຂອງຂວັນແຕ່ລະພູດມີມູນຄ່າແຕ່ 300.000 – 500.000 ດົ່ງ. ສຳລັບຂອງຂວັນຂອງປະທານປະເທດ, ກົມໃຫຍ່ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບບັນດາທ້ອງຖິ່ນນຳເອົາຂອງຂວັນດັ່ງກ່າວໄປມອບ ໃຫ້ບັນດາເປົ້າໝາຍນະໂຍບາຍກ່ອນບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ