ນະຄອນ ຮ່າໂນ້ຍ ຍ້ອງຍໍຊົມເຊີຍທິມຊາດບານເຕະ U23 ຫວຽດນາມ

(VOVWORLD) - ດ້ວຍອັນດັບທີ 2 ໃນການແຂ່ງຂັນບານເຕະ U23 ອາຊີ, ບັນດານັກກິລາບານເຕະໄດ້ນຳມາເຊິ່ງຄວາມເຊື່ອໝັ້ນ, ຕອບສະໜອງຄວາມລໍຄອຍຂອງປະຊາຊົນທົ່ວປະເທດ ແລະ ປະຊາຊົນນະຄອນຫຼວງ. 
ນະຄອນ ຮ່າໂນ້ຍ ຍ້ອງຍໍຊົມເຊີຍທິມຊາດບານເຕະ U23 ຫວຽດນາມ - ảnh 1 ທ່ານ ຫງວຽນດຶກຈູງ ແລະ ບັນດານັກກິລາບານເຕະ ທີ່ການພົບປະ

ຕອນຄ່ຳວັນທີ 30 ມັງກອນ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການພົບປະກັບຄະນະຄູຝຶກ ແລະ ບັນດານັກກິລາທິມ ບານເຕະອາຍຸບໍ່ເກີນ 23 ປີ (U23) ຫວຽດນາມ. ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຊົມເຊີຍ, ຮັບຮູ້ຜົນງານເຊິ່ງທິມ U23 ຫວຽດນາມ ບັນລຸໄດ້. ດ້ວຍອັນດັບທີ 2 ໃນການແຂ່ງຂັນບານເຕະ U23 ອາຊີ, ບັນດານັກກິລາບານເຕະໄດ້ນຳມາເຊິ່ງຄວາມເຊື່ອໝັ້ນ, ຕອບສະໜອງຄວາມລໍຄອຍຂອງປະຊາຊົນທົ່ວປະເທດ ແລະ ປະຊາຊົນນະຄອນຫຼວງ. ໃນຜົນງານລວມຂອງທິມບານເຕະ U23 ຫວຽດນາມ ຄັ້ງນີ້ ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງສະໂມສອນບານເຕະ ຮ່າໂນ້ຍ ດ້ວຍ ນັກກິລາບານເຕະ 9 ຄົນໃຫ້ແກ່ທິມບານເຕະ U23 ຫວຽດນາມ.

        ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ຕົກລົງ ຍ້ອງຍໍຊົມເຊີຍທິມບານເຕະ U23 ຫວຽດນາມ. ຕາມນັ້ນແລ້ວ, ນັກກິລາຂອງທິມ ບານເຕະ U23 ຫວຽດນາມ ແຕ່ລະຄົນໄດ້ຮັບເງິນລາງວັນ 20 ລ້ານດົ່ງ. ບັນດານັງວກິລາຂອງຮ່າໂນ້ຍ ເຂົ້າຮ່ວມທິມບານເຕະ U23 ຫວຽດນາມ ແມ່ນໄດ້ຮັບເງິນລາງວັນຜູ້ລະ 50 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ