ນະຄອນ ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການດຶງດູດໂຄງການ FDI ໃນ7 ເດືອນຕົ້ນປີ

(VOVWORLD) - ໃນ 7 ເດືອນຜ່ານມາ, ມີ 94 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ; ໃນນັ້ນ, ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນເກືອບ 3,64 ຕື້ USD, ກວມເອົາກວ່າ 22,4% ຍອດເງິນລົງທຶນເຂົ້າ ຫວຽດນາມ.

        ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ຫາກໍ່ປະກາດວ່າ, ຮອດວັນທີ 20 ກໍລະກົດ, ຍອດທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ, ຊື້ຫຸ້ນທຶນປະກອບຂອງນັກລົງທຶນຕ່າງປະເທດບັນລຸປະມານກວ່າ 16,2 ຕື້ USD, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ເມື່ອຄິດໄລ່ຕາມຂົງເຂດ, ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດໄດ້ນຳໜ້າໃນການດຶງດູດເງິນລົງທຶນ ດ້ວຍຍອດເງິນລົງທຶນບັນລຸເກືອບ 11 ຕື້ USD, ເພີ່ມຂຶ້ນ 9,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໃນ 7 ເດືອນຜ່ານມາ, ມີ 94 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ; ໃນນັ້ນ, ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນເກືອບ 3,64 ຕື້ USD, ກວມເອົາກວ່າ 22,4% ຍອດເງິນລົງທຶນເຂົ້າ ຫວຽດນາມ. ໄລ່ມາຮອດປະຈຸບັນ, ຮ່າໂນ້ຍ ໄດ້ນຳໜ້າດ້ວຍຍອດເງິນລົງທຶນຈົດທະບຽນກວ່າ 2,3 ຕື້ USD; ຖັດຈາກນັ້ນແມ່ນ ຫາຍຟ່ອງ ແລະ ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ