ນະ​ຄອນ ໂຮ່​ຈີ​ມິນ ກັບ​ຄວາມ​ສະ​ມາດ​ບົ່ມ​ຊ້ອນ​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ດ້ານ​ສາ​ທາ​ລະ​ນະ​ສຸກ ຢູ່ ອາ​ຊຽນ

(VOVWORLD) -   “ຫວຽດນາມ ມີເງື່ອນໄຂຫຼາຍຢ່າງເພື່ອພັດທະນາຂົງເຂດການທ່ອງທ່ຽວດ້ານສາທາລະນະສຸກ, ແຕ່ຍັງມີຫຼາຍໜ້າວຽກຕ້ອງໄດ້ປະຕິບັດ..."
ນະ​ຄອນ ໂຮ່​ຈີ​ມິນ ກັບ​ຄວາມ​ສະ​ມາດ​ບົ່ມ​ຊ້ອນ​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ດ້ານ​ສາ​ທາ​ລະ​ນະ​ສຸກ ຢູ່ ອາ​ຊຽນ - ảnh 1ບັນດາວິສາຫະກິດ ຫວຽດນາມ ແລະ ໄທ ເຂົ້າຮ່ວມລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ ຢູ່ ບາງກອກ ໃນວັນທີ 21 ມິຖຸນາ (ພາບ:nhandan.vn)

ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ນະຄອນຫຼວງ ບາງກອກ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໂຮ່ຈີມິນ ຈັດລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ. ເຫດການດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ແນະນຳພາບພົດສະຖານທີ່ທ່ອງທ່ຽວ, ອັດເດດການບໍລິການ, ຜະລິດຕະພັນທ່ອງທ່ຽວໃໝ່ຂອງ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ, ໃນນັ້ນ ຈຸດພົ້ນເດັ່ນແມ່ນໂຄສະນາການທ່ອງທ່ຽວດ້ານສາທາລະນະສຸກ.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ໄທ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ໃນການພັດທະນາການທ່ອງທ່ຽວສາທາລະນະສຸກ, ທ່ານ Ruben Toral, ຜູ້ອຳນວຍການຮັບຜິດຊອບຂົງເຂດສາທາລະນະສຸກ ແລະ ສຸຂະພາບ, ກຸ່ມບໍລິສັດ QUO ທົ່ວໂລກ, ຖືວ່າ:

        “ຫວຽດນາມ ມີເງື່ອນໄຂຫຼາຍຢ່າງເພື່ອພັດທະນາຂົງເຂດການທ່ອງທ່ຽວດ້ານສາທາລະນະສຸກ, ແຕ່ຍັງມີຫຼາຍໜ້າວຽກຕ້ອງໄດ້ປະຕິບັດ. ຫວຽດນາມ ນອນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ດັ່ງນັ້ນ ຈະຕ້ອງແຂ່ງຂັນກັບຫຼາຍປະເທດອື່ນໃນພາກພື້ນຢ່າງຂ້ຽວຂາດ, ຕົວຢ່າງຄື: ໄທ, ສິງກະໂປ, ອິນເດຍ ແລະ ມາເລເຊຍ. ເພື່ອແກ້ງແຍ້ງກັບບັນດາປະເທດນີ້, ຫວຽດນາມ ຈະຕ້ອງເຮັດຫຼາຍຢ່າງກວ່າອີກ ເພື່ອພັດທະນາລະບົບຮາກຖານສາທາລະສຸກ ກໍຄືບັນດາເຄື່ອງໝາຍການຄ້າດ້ານສາທາລະນະສຸກ. ຫວຽດນາມ ຕ້ອງຊອກຫາເສັ້ນທາງເດີນສະເພາະຂອງຕົນ ເພື່ອພັດທະນາໃນອະນາຄົດ”.

        ທີ່ເຫດການນີ້, ຜູ້ຕາງໜ້າບັນດາວິສາຫະກິດ, ໂຮງໝໍ, ຮາກຖານສາທາລະນະສຸກ ຢູ່ ຫວຽດນາມ ໄດ້ແບ່ງປັນ, ແນະນຳຜະລິດຕະພັນ. ການບໍລິການທ່ອງທ່ຽວ. ໃນຂອບເຂດຂອງລາຍການ ຍັງດຳເນີນການເຄື່ອນໄຫວເຊື່ອມຕໍ່ວິສາຫະກິດ, ຊ່ວຍບັນດາວິສາຫະກິດສອງປະເທດ ຊອກຫາ ແລະ ຊຸກຍູ້ກາລະໂອກາດຮ່ວມມືໃນຂົງເຂດການທ່ອງທ່ຽວດ້ານສາທາລະນະສຸກ.

ຟ້າມຢຽບ - ນັກຂ່າວ VOV ປະຈຳ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ