ນະຄອນ ໂຮ່ຈີມິນ, ກວາງນິງ ຕ້ອນຮັບແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍໃນໂອກາດບຸນເຕັດປີມະໂລງ

(VOVWORLD) - ປີນີ້, ບັນດາບໍລິສັດທ່ອງທ່ຽວໄດ້ສະເໜີຫຼາຍຜະລິດຕະພັນທ່ອງທ່ຽວໃໝ່, ເປັນຫຼາຍຮູບຫຼາຍແບບ, ດຶງດູດໃຈຢູ່ນະຄອນ ໂຮ່ຈີມິນ
ນະຄອນ ໂຮ່ຈີມິນ, ກວາງນິງ ຕ້ອນຮັບແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍໃນໂອກາດບຸນເຕັດປີມະໂລງ - ảnh 1(ພາບປະກອບ: VGP)

        ເນື່ອງໃນໂອກາດບຸນເຕັດປີມະໂລງ 2024, ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ນະຄອນ ໂຮ່ຈີມິນ ໄດ້ເພີ່ມຂຶ້ນສູງ, ພິເສດແມ່ນແຂກທ່ອງທ່ຽວຜ່ານທາງທະເລທີ່ມາຈາກບັນດາປະເທດ ເອີລົບ, ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ… ຄາດວ່າ, ມີແຂກທ່ອງທ່ຽວສາກົນມາຢ້ຽມຢາມນະຄອນ ໂຮ່ຈີມິນ ປະມານ 75.000 ເທື່ອຄົນ, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ປີນີ້, ບັນດາບໍລິສັດທ່ອງທ່ຽວໄດ້ສະເໜີຫຼາຍຜະລິດຕະພັນທ່ອງທ່ຽວໃໝ່, ເປັນຫຼາຍຮູບຫຼາຍແບບ, ດຶງດູດໃຈຢູ່ນະຄອນ ໂຮ່ຈີມິນ, ຄື: ລະດູບານໃໝ່ຢູ່ທ່າເຮືອ ບິ່ງດົງ, ຕ້ອນຮັບບຸນເຕັດພ້ອມກັບຜູ້ມີຊື່ສຽງ, ເມືອງ 1 - ສີສັນຍາມຄ່ຳຄືນ… ບັນດາໂຮງແຮມແຕ່ 3 – 5 ດາວໃນບໍລິເວນນະຄອນ ລ້ວນແຕ່ຈັດການເຄື່ອນໄຫວຕ້ອນຮັບບຸນເຕັດປະເພນີເປັນຫຼາຍຮູບຫຼາຍແບບ ເພື່ອໃຫ້ນັກທ່ອງທ່ຽວທີ່ມາພັກເຊົາເຊື່ອມຕົວເຂົ້າກັບບຸນເຕັດ.

ນະຄອນ ໂຮ່ຈີມິນ, ກວາງນິງ ຕ້ອນຮັບແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍໃນໂອກາດບຸນເຕັດປີມະໂລງ - ảnh 2ແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 800.000 ເທື່ອຄົນໃນໂອກາດບຸນເຕັດ
(ພາບ: daidoanket.vn)

        ໃນໂອກາດບຸນເຕັດປີມະໂລງ 2024 ນີ້, ແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 800.000 ເທື່ອຄົນ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2023, ໃນນັ້ນ, ແຂກທ່ອງທ່ຽວສາກົນປະມານ 109.000 ເທື່ອຄົນ.

        ໃນນັ້ນ, ແຕ່ວັນທີ 10 ກຸມພາ (ກົງກັບວັນທີ 1 ບຸນເຕັດ), ແຂວງ ກວາງນິງ ກໍ່ໄດ້ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນທີ່ມາຈາກ ສ.ເກົາຫຼີ, ອິນເດຍ, ໄຕຫວັນ (ຈີນ). ປີ 2024, ແຂວງ ກວາງນິງ ວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 17 ລ້ານເທື່ອຄົນ, ໃນນັ້ນ, ແຂກທ່ອງທ່ຽວສາກົນ 3 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ