ນະຄອນ ໂຮ່ຈີ໋ມິນ ກຽມພ້ອມຕ້ອນຮັບບັນດານັກລົງທຶນ ຍີ່ປຸນ

ນະຄອນ ໂຮ່ຈີ໋ມິນ ກຽມພ້ອມຕ້ອນຮັບບັນດານັກລົງທຶນ ຍີ່ປຸນ - ảnh 1
(ທ່ານ ​ເລ​ຮົ່ງກວນ, ປະທານຄະນະ​ກຳມະການ​ປະຊາຊົນນະຄອນ​ ໂຮ່ຈີ໋ມິນ)

(vovworld) – “ ນະຄອນ​ ໂຮ່ຈີ໋ມິນ ຕີ​ລາຄາ​ສູງ​ບັນດາ​ຄວາມ​ສົນ​ໃຈ​ຂອງ​ວິ​ສາ​ຫະກິດ ຍີ່​ປຸນ ຕໍ່ ຫວຽດນາມ ​ເວົ້າລວມ, ນະຄອນ​ ໂຮ່ຈີ໋ມິນ ​ເວົ້າສະ​ເພາະ; ກຽມພ້ອມ​ຕ້ອນຮັບ ​ແລະ ສ້າງ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາຫະກິດ, ນັກ​ລົງທຶນ ຍີ່​ປຸນ ມາ​ຊອກ​ຫາ​ໂອກາດ​ຮ່ວມ​ມື, ຜະລິດ​ດຳ​ເນີນທຸລະ​ກິດ“. ທ່ານ ​ເລ​ຮົ່ງກວນ, ປະທານຄະນະ​ກຳມະການ​ປະຊາຊົນນະຄອນ​ ໂຮ່ຈີ໋ມິນ, ເນັ້ນໜັກຄື​ດັ່ງກ່າວ​ທີ່​ການ​ຕ້ອນຮັບ​ທ່ານ Nakagaki Yoshihiko, ຮອງ​ປະທານ​ສະມາ​ຄົມ​ສົ່ງ​ເສີມການ​ຕ່າງປະ​ເທດ​ປະຊາຊົນ ຍີ່​ປຸນ (FEC) ​ພ້ອມ​ກັບ​ຄະນະ​ນັກທຸລະກິດ ຍີ່​ປຸນ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ. ທ່ານ ​ເລ​ຮົ່ງກວນ ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ​ໃນ​ຂອບ​ເຂດ​ນະຄອນ​ມີ​ວິ​ສາ​ຫະກິດ​ ​ແລະ ນັກ​ລົງທຶນ ກວ່າ 600

​ແຫ​່ງຂອງ ຍີ່​ປຸນ ​ລວມ​ຍອດຈຳນວນທຶນກວ່າ 2,9ຕື້ USD, ​ແມ່ນ​​ແຫຼ່ງທຶນ​ຫຼາຍທີ່​ສຸດ​ໃນ​​ນະຄອນ. ນະຄອນ​ດຳ​ເນີນ​ການກໍ່ສ້າງ​ເຂດ​ອຸດສາຫະກຳ ຫວຽດ - ຍີ່​ປຸນ ດ້ວຍ​ຂະໜາດ​ເບື້ອງຕົ້ນ​ແມ່ນ​ກວ່າ 100ແຮກ​ຕາ ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ ຍີ່​ປຸນ. ຄຽງຂ້າງ​ນັ້ນ, ​ພຶ້ນຖານ​ໂຄງ​ລ່າງ, ​ມີແຫຼ່ງຊັບພະຍາກອນມະນຸດບັນລຸຄຸນ​ນະພາ​ບສູງ, ການ​ບໍລິການ​ຂອງ​ນະຄອນ​ກໍ່​ແມ່ນ​ບັນດາ​ປັດ​ໃຈ​ສະດວກ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ລົງທຶນ, ຜະລິດດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ນັກ​ລົງທຶນ ຍີ່​ປຸນ.

ຂ່າວ/ບົດ​ອື່ນ