ນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ

(VOVWORLD) - ຕອນເຊົ້າວັນທີ 01 ສິງຫາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ (01/08/1973 – 01/08/2018).
ນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ - ảnh 1 ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຮີງແກກມ້າງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ການນຳນະຄອນ ໂຮ່ຈີມິນ ປາດຖະໜາຢາກສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບ ສິງກະໂປ ຫລາຍກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດບຸລິມະສິດ, ຜ່ານນັ້ນ ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ເພື່ອນ້ຳໃຈສາມັກຄີ, ມິດຕະກາບ, ຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໂລກ.

        ສ່ວນທ່ານ Leow Siu Lin ຫົວໜ້າສະຖານກົງສູນໃຫຍ່ ສິງກະໂປ ປະຈຳ ນະຄອນ ໂຮ່ຈີມິນ ຢືນຢັນວ່າ: ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ສິງກະໂປ - ຫວຽດນາມ ແມ່ນສະເຫຼີມສະຫຼອງ 45 ປີແຫ່ງນ້ຳໃຈມິດຕະພາບສະໜິດສະໜົມ, ໝັ້ນຄົງ ແລະ ຍາວນານ, ສາຍພົວພັນອັນດີງາມໄດ້ຮັບການປັບປຸງ ຈາກການຮ່ວມມືຢ່າງທົ່ວເຖິງ ແລະ ແທດຈິງໃນຫລາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ