ນະຄອນ ໂຮ່ຈິມິນ ຈັດພິທີບູຊາ ເຈົ້າຊີວິດຮຸ່ງ

ນະຄອນ ໂຮ່ຈິມິນ ຈັດພິທີບູຊາ ເຈົ້າຊີວິດຮຸ່ງ - ảnh 1
​ພິທີ​​​ວາງເຂົ້າຕົ້ມ​ຂອງ​ພາກ​ໃຕ້ (Bánh Tét) ຖະຫວາຍ​​​ບູຊາ​ເຈົ້າ​ຊີວິດ​ຮຸ່ງ
ພາບ:internet


(vovworld)-  ຕອນ​ເຊົ້າ​ວັນ​ທີ 6/2, ນະຄອນ ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​​​ວາງເຂົ້າຕົ້ມ​ຂອງ​ພາກ​ໃຕ້ (Bánh Tét) ຖະຫວາຍ​​​ບູຊາ​ເຈົ້າ​ຊີວິດ​ຮຸ່ງ. ນະ​ພິທີ, ບັນດາ​ຜູ້​ແທນ ພ້ອມ​ກັບ​ຊາວ ນະຄອນ​ໂຮ່ຈິ​ມິນ ນັບ​ພັນ​ຄົນ ​ໄດ້​​ວາງເຂົ້າຕົ້ມ, ພາ​ເຂົ້າ ​ແລະ ໝາກ​ໄມ້​ພິ​ເສດ​ຂອງ​ພາກ​​ໃຕ້​ຫລາຍ​ຊະນິດເພື່ອຖະຫວາຍ​​ບູຊາ ​ເຈົ້າ​ຊີວິດ​ຮຸ່ງ. ນີ້​ແມ່ນ​ການ​ເຄື່ອ​ນ​ໄຫວ​ ຊຶ່ງ​ນະຄອນ​ໂຮ່ຈິ​ມິນ ​ຈັດ​ຕັ້ງ​​ປະຈຳປີ​ໃນ​ໂອກາດ​ບຸນ​ເຕັດ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງທີ່​ມີ​ຕໍ່​ບັນດາ​ເຈົ້າ​ຊີວິດ​ຮຸ່ງ, ຜ່ານ​ນັ້ນ ສຶກສາ​ໃຫ້​ລຸ້ນຫນຸ່ມ​ກ່ຽວ​ກັບ​ມູນ​ເຊື້ອ​ຮັກ​ຊາດ, ນຳ້​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ ກາວ​ຫື​ວນຽນ, ຮອງ​ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ສວນສາທາລະນະ​ປະຫວັດສາດ ວັດທະນະທຳ​ຊົນ​ເຜົ່າ ຢູ່ ນະຄອນ ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

        “ຕາມ​ມູນ​ເຊື້ອ​ນັບ​ພັນ​ປີ​ຂອງ​ຊາດ​ເຮົາ, ​ເມື່ອ​ລະດູບານ​ໃຫມ່​ວຽນມາ, ທຸກ​ຄອບຄົວ​ລ້ວນ​ແຕ່​ມີ​ການ​ຄົບ​ຫນ້າ​ພໍ້ຕາ​, ຫໍ່​ເຂົ້າຕົ້ມ ​ແລະ ຖະຫວາຍ​ບູຊາ​ປູ​ຍ່າ​ຕາ​ຍາຍ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ. ນີ້​ແມ່ນ​ມູນ​ເຊື້ອ​ອັນ​ດີງາມຊຶ່ງ​ພວກ​ເຮົາ​ຕ້ອງ​ຮັກສາ. ​ແຕ່ລະ​ປີ ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຖະຫວາຍບູຊາ​ເຈົ້າ​ຊີວິດຮຸ່ງ ​ແລະ ປີ​ນີ້​ມີ​ຂອບ​ຂະຫນາດ​ໃຫຍ່​ກວ່າ.”

ຂ່າວ/ບົດ​ອື່ນ