ນະຄອນ ໂຮ່ຈີມິນ ຈັດລາຍການຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນໃຫ້ແກ່ 1.000 ຄອບຄົວຊາວໜຸ່ມ

(VOVWORLD) - ໃນຂອບເຂດລາຍການ, ໄດ້ຈັດການເຄື່ອນໄຫວ “ສະແດງຄືນໃໝ່ບັນຍາກາດບຸນເຕັດ ຫວຽດນາມ” ບັນດາການວາງສະແດງທີ່ເປັນມູນເຊື້ອໃນບຸນເຕັດ ແລະ ການລະຫຼິ້ນພື້ນເມືອງອື່ນໆອີກ....
ນະຄອນ ໂຮ່ຈີມິນ ຈັດລາຍການຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນໃຫ້ແກ່ 1.000 ຄອບຄົວຊາວໜຸ່ມ - ảnh 1ລາຍການໄດ້ຈັດການເຄື່ອນໄຫວ “ພາເຂົ້າບຸນເຕັດແຫ່ງຄວາມມະຫັດສະຈັນ” ທີ່ສະຫງວນໃຫ້ແກ່ 1.000 ຄອບຄົວຊາວໜຸ່ມໃນບໍລິເວນ
(ພາບ:TTXVN)

ລາຍການທີ່ມີຫົວຂໍ້ “ຄອບຄົວຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ - ຄອບຄົວທີ່ມີຄວາມສະໜິດຕິດພັນ - ສ້າງບຸນເຕັດມະຫັດສະຈັນ” ປີ 2024, ຈັດຂຶ້ນໃນລະຫວ່າງວັນທີ 19 – 21 ມັງກອນ ປີ 2024, ຢູ່ຖະໜົນ ຟ້າມງອັກແທັກ, ຕາແສງ ເບ໋ນແຫງ໋, ເມືອງ 1. ລາຍການໂດຍຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ສົມທົບກັບບໍລິສັດ Gennext ແລະ Coca – Cola ຫວຽດນາມ ຈັດຂື້ນ.

          ໃນຂອບເຂດລາຍການ, ໄດ້ຈັດການເຄື່ອນໄຫວ “ສະແດງຄືນໃໝ່ບັນຍາກາດບຸນເຕັດ ຫວຽດນາມ” ບັນດາການວາງສະແດງທີ່ເປັນມູນເຊື້ອໃນບຸນເຕັດ ແລະ ການລະຫຼິ້ນພື້ນເມືອງອື່ນໆອີກ.... ພິເສດ, ລາຍການໄດ້ຈັດການເຄື່ອນໄຫວ “ພາເຂົ້າບຸນເຕັດແຫ່ງຄວາມມະຫັດສະຈັນ” ທີ່ສະຫງວນໃຫ້ແກ່ 1.000 ຄອບຄົວຊາວໜຸ່ມໃນບໍລິເວນ ດ້ວຍບັນດາເຍື່ອງອາຫານໃນບຸນເຕັດພື້ນເມືອງຂອງຊາດ.

ລາຍການໄດ້ມອບຂອງຂວັນໃຫ້ບັນດາຄອບຄົວຊາວໜຸ່ມກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ຖູດຶກ ແລະ ເມືອງອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ