ນະ​ຄອນ ໂຮ່​ຈີ​ມິນ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເມື່ອ​ນຳ​ໃຊ້​ປະ​ມວນ​ມາດ​ຖານ​ການ​ທ່ອງ​ທ່ຽວ ອາ​ຊຽນ

(VOVWORLD) - ວັນທີ 31 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມຜັນຂະຫຍາຍປະມວນມາດຖານການທ່ອງທ່ຽວ ອາຊຽນ ໃຫ້ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດດັ່ງກ່າວ.
ນະ​ຄອນ ໂຮ່​ຈີ​ມິນ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເມື່ອ​ນຳ​ໃຊ້​ປະ​ມວນ​ມາດ​ຖານ​ການ​ທ່ອງ​ທ່ຽວ ອາ​ຊຽນ - ảnh 1ທ່ານນາງ ບຸ່ຍທິງອກຫຽວ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ (ພາບ: VOV)

ນີ້ແມ່ນປະມວນມາດຖານ ໂດຍບັນດາປະເທດສະມາຊິກ ອາຊຽນ ສ້າງຂຶ້ນ, ດ້ວຍຈຸດປະສົງ ຍົກສູງຄຸນນະພາບການທ່ອງທ່ຽວ ອາຊຽນ, ສ້າງ ອາຊຽນ ກາຍເປັນຈຸດນັດພົບລວມທີ່ມີຄຸນນະພາບ “A Quality Single Destination”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ບຸ່ຍທິງອກຫຽວ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ທາງນະຄອນກຳລັງສ້າງຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ. ປະມວນມາດຖານການທ່ອງທ່ຽວ ອາຊຽນ ມຸ່ງໄປເຖິງການພັດທະນາແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ, ປະຢັດພະລັງງານ. ເມື່ອນຳໃຊ້ບັນດາຮູບແບບມາດຖານນີ້, ຂະແໜງທ່ອງທ່ຽວ ນະຄອນ ຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ. ປະມວນມາດຖານດັ່ງກ່າວ ຈະສ້າງສະພາບແວດລ້ອມທ່ອງທ່ຽວທີ່ດີ, ຮັບປະກັນໃຫ້ແຂກທ່ອງທ່ຽວໄດ້ໄປທ່ຽວຢ່າງສະບາຍ ແລະ ອຸ່ນອ່ຽນໃຈ ເມື່ອເຂົ້າຮ່ວມການເຄື່ອນໄຫວທ່ອງທ່ຽວຢູ່ນະຄອນ. ຈາກນັ້ນ, ກໍ່ເພີ່ມທະວີຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈຂອງແຂກທ່ອງທ່ຽວ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ນະຄອນ ໂຮ່ຈີມິນ - ສະຖານທີ່ທ່ອງທ່ຽວທີ່ໜ້າໄວ້ເນື້ອເຊື່ອໃຈ, ມີເຄື່ອງໝາຍການຄ້າສາກົນ ແລະ ມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອແກ້ງແຍ້ງກັບບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ