ນະຄອນ ໂຮ່ຈິມີນ ຊ່ວຍວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານແກ້ໄຂຄວາມຫຍຸ້ງຍາກ

ນະຄອນ ໂຮ່ຈິມີນ ຊ່ວຍວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານແກ້ໄຂຄວາມຫຍຸ້ງຍາກ - ảnh 1
 ທ່ານ Nguyen Anh Tuan, ຮອງ​ຫົວຫນ້າ​ພະ​ແນ​ກ
ຖະ​ແຫລ​ງຂ່າວ ​ແລະ ສື່ສານ ນະຄອນ ​ໂຮ່ຈິ​ມີນ ​
ພາບ:internet


(vovworld) - ​ ວັນ​ທີ 13/6, ຢູ່ ນະຄອນ ​ໂຮ່ຈິ​ມີນ, ສະພາ​ປະ​ຊາ​ຊົນ ​ແລະ ພະ​ແນ​ກຖະ​ແຫລ​ງຂ່າວ - ​ສື່ສານ ນະຄອນ​ໂຮ່ຈິ​ມີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເພື່​ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ນະ​ໂຍບາຍ, ການ​ເງິນ​ກໍ​ຄື​ມາດ​ຕະການ​ກຳນົດ​ທິດ​​ໄລຍະ​ຍາວ​ເພື່ອ​ຍູ້​ແຮງ​ບັນດາ​ການ​ເຄ່ືອນ​ໄຫວ​ລົງທຶນ, ນຳ​ໃຊ້, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ການ​ພົບ​ປະ, ບັນດາ​ວິ​ສາ​ຫະກິດ​ປາດ​ຖະຫນາ​ຢາກ​​ໃຫ້ອຳນາດ​ການ​ປົກຄອງ​ນະຄອນ​ ​ເອົາ​ໃຈ​ໃສ່​ຊ່ວຍ​ເຫລືອ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ມີ​ກາລະ​ໂອກາດ​ສຳ​ພັດ​ກັບ​ບັນດາ​ໂຄງການ​ທີ່​ມີ​ຂອບ​ຂະຫນາດ​ເໝາະ​ສົມ​ກັບ​ແຕ່ລະ​ເປົ້າ​ໝາຍ​ວິ​ສາ​ຫະກິດ, ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ກູ້​ຢືມ​ທຶນ ຫລື​ ຫນູນ​ຊ່ວຍດອກ​ເບ້ຍ​ສ່ວນ​ຫນຶ່ງ​ເພ່ືອ​ໃຫ້​​ນັກ​ລົງທຶນ​ສາມາດ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ຂົງ​ເຂດ​ທີ່​ມີ​ລັກສະນະ​ພິ​ເສດ​​ໂດຍ​ໄວ. ທ່ານ Nguyen Anh Tuan, ຮອງ​ຫົວຫນ້າ​ພະ​ແນ​ກຖະ​ແຫລ​ງຂ່າວ ​ແລະ ສື່ສານ ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:  “ປະຈຸ​ບັນ ​​ແມ່ນໄລຍະ​ເສດຖະກິດປະສົບ​ກັບ​ຄວາມຫຍຸ້ງຍາກ​​  ວິ​ສາ​ຫະກິດ​ກໍປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ, ​ໃນ​ນັ້ນ ມີ​ສອງ​ບັນຫາ​ຕ້ອງ​ປະຕິບັດ ນັ້ນ​ແມ່ນ​ສ້າງ​ໂຄງ​ປະກອບ, ອົງ​ປະກອບ​ຄືນ​ໃຫມ່. ທີ​ສອງ ​ແມ່ນ​ສ​້າງ​ໂຄງ​ປະກອບ​ກ່ຽວ​ກັບ​ບຸກຄະລາ​ກອນ​ຄືນ​ໃຫມ່ ນັ້ນ​ແມ່ນ​ບັນຫາ​​ເປັນຕາ​ຍ.  ​​ໃນໄລຍະ​ຜ່ານ​ມາ ບັນດາ​ວິ​ສາ​ຫະກິດ​ບຳລຸງ​ສ້າງ​ໄດ້​ແຫ​ລ່ງຊັບພະຍາກອນ​ມະນຸດ​ຢູ່​ກັບ​ທີ່ ນັ້ນ​ກໍ​ແມ່ນ​ບັນຫາ​ຕັດສິນ​ເຖິງ​ຄວາມ​ເປັນຕາ​ຍ​ຂອງ​ຕົນແລ້ວ”

ຂ່າວ/ບົດ​ອື່ນ