ນະຄອນ ໂຮ່ຈີມິນ ຕ້ອນຮັບແຂກທ່ອງທ່ຽວກວ່າ 30 ລ້ານເທື່ອຄົນນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ

(VOVWORLD) - ລາຍຮັບຈາກການບໍລິການທ່ອງທ່ຽວບັນລຸກວ່າ 360 ລ້ານ USD, ເພີ່ມຂຶ້ນ 68,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ນະຄອນ ໂຮ່ຈີມິນ ຕ້ອນຮັບແຂກທ່ອງທ່ຽວກວ່າ 30 ລ້ານເທື່ອຄົນນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ - ảnh 1(ພາບປະກອບ: TTXVN)

        ໄລ່ຮອດທ້າຍເດືອນ ຕຸລາ ປີ 2023, ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດກວ່າ 30 ລ້ານເທື່ອຄົນ; ການບໍລິການພັກຜ່ອນ ແລະ ກິນດື່ມບັນລຸກວ່າ 3,6 ຕື້ USD, ເພີ່ມຂຶ້ນ 30,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ລາຍຮັບຈາກການບໍລິການທ່ອງທ່ຽວບັນລຸກວ່າ 360 ລ້ານ USD, ເພີ່ມຂຶ້ນ 68,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໄລ່ສະເພາະແຂກທ່ອງທ່ຽວສາກົນໃນໄລຍະ 10 ເດືອນຂອງປີນີ້, ທາງນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວ 4,12 ລ້ານເທື່ອຄົນ ແລະ ບັນລຸ 82% ເມື່ອທຽບໃສ່ຄາດໝາຍຂອງປີ.

        ເປົ້າໝາຍຂອງຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນປີ 2023 ແມ່ນຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 5 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດກວ່າ 35 ລ້ານເທື່ອຄົນ, ຍອດລາຍຮັບທັງໝົດກວ່າ 6,5 ຕື້ USD. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ນະຄອນ ໂຮ່ຈີມິນ ໄດ້ສຸມໃສ່ຂຸດຄົ້ນບັນດາລາຍການເຊື່ອມຕໍ່ເຂດທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ