ນະຄອນ ໂຮ່ຈີມິນ ພົບປະສັງສັນກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນປີໃໝ່ປີກຸນ 2019

(VOVWORLD) - ຕອນຄ່ຳວັນທີ 24 ມັງກອນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ 

ໄດ້ຈັດຕັ້ງລາຍການ “ພົບປະສັງສັນກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນປີໃໝ່ປີກຸນ 2019”, ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດປະມານ 800 ຄົນທີ່ມາຈາກ 26 ປະເທດ ແລະ ເຂດແຄ້ວນໃນໂລກ ກັບມາຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ ຫວຽດນາມ. ນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຊີ້ແຈ້ງວ່າ:

        ການນຳນະຄອນຂໍຂອບໃຈນ້ຳໃຈຂອງພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດທີ່ໄດ້ປະກອບໃຫ້ບ້ານເກີດເມືອງນອນໃນຕະຫລອດຫລາຍສິບປີຜ່ານມາ, ພວກຂ້າພະເຈົ້ານັບຖືທີ່ສຸດ ແລະ ຂໍອວຍພອນໃຫ້ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດມີສຸຂະພາບເຂັ້ມແຂງ. ມື້ນີ້, ໄດ້ພົບໜ້າພົບຕາກັບ 800 ຄົນ ນີ້ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດທັງໝົດທີ່ຄິດຮອດຄິດເຖິງປະເທດຊາດ, ນະຄອນໂຮ່ຈີມິນ.

        ທີ່ການພົບປະສັງສັນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຍ້ອງຍໍ, ຊົມເຊີຍ 19 ບຸກຄົນ, ໃນນັ້ນມີບັນດານັກທຸລະກິດ, ນັກປັນຍາຊົນອາໄສຢູ່ຕ່າງປະເທດຫລາຍຄົນ ໄດ້ມີບັນດາຜົນງານດີເດັ່ນປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນໃນໄລຍະ 2016 – 2018.

ຕອບກັບ

ຂ່າວ/ບົດ​ອື່ນ