ນະຄອນ ໂຮ່ຈີມິນ ຢືນອັນດັບໜຶ່ງໃນຈຳນວນ 10 ນະຄອນທີ່ມີຄ່າໃຊ້ຈ່າຍຖືກທີ່ສຸດ

(VOVWORLD) - ວັນທີ 5 ພະຈິກ, ວັບໄຊ Business Insider ໄດ້ຄັດສະເໜີບົດຂຽນກ່ຽວກັບ 10 ນະຄອນທີ່ມີຄ່າໃຊ້ຈ່າຍຖືກທີ່ສຸດໃຫ້ບັນດານັກຊ່ຽວຊານຂອງ ອາເມລິກາ ມາດຳລົງຊີວິດ. 

ຕາມນັ້ນແລ້ວ, ນະຄອນໂຮ່ຈີມິນ ຂອງ ຫວຽດນາມ ຢືນອັນດັບໜຶ່ງໃນບັນຊີລາຍຊື່ດັ່ງກ່າວ, ຖັດມາແມ່ນນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ ແລະ ນະຄອນຫລວງ ບາງກອກ ຂອງໄທ.

ນະຄອນ ໂຮ່ຈີມິນ ຢືນອັນດັບໜຶ່ງໃນຈຳນວນ 10 ນະຄອນທີ່ມີຄ່າໃຊ້ຈ່າຍຖືກທີ່ສຸດ - ảnh 1ນະຄອນ ໂຮ່ຈີມິນ ພາບ:The Guardian

        ບົດຂຽນໄດ້ເວົ້າແຈ້ງວ່າ ປະມານ 77% ຊາວຕ່າງປະເທດໄດ້ຮັບການສຳຫລວດທີ່ພວມດຳລົງຊີວິດຢູ່ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ເຂົາເຈົ້າມີຄວາມຮູ້ສຶກເພິ່ງພໍໃຈຕໍ່ຄ່າຄອງຊີບໃນເງື່ອນໄຂດ້ານການເງິນຂອງຕົນ. ນອກຈາກ 3 ນະຄອນດັ່ງກ່າວແລ້ວ, ວັບໄຊ Business Insider ຍັງໄລ່ລຽງບັນດາສະຖານທີ່ອື່ນ ກໍ່ມີລະດັບຄ່າໃຊ້ຈ່າຍເໝາະສົມໃຫ້ບັນດານັກຊ່ຽວຊານຕ່າງປະເທດມາດຳລົງຊີວິດ, ລວມມີ ທ໊າຍເປີຍ (ໄຕຫວັນ, ຈີນ), Panama City (ປານາມາ), Mexico City (ເມັກຊີໂກ), Budapest (ຮຸງກາຣີ), Montreal (ການາດາ), Doha (ກາຕາ) ແລະ Bogota (ໂກລົມບີ).

ຕອບກັບ

ຂ່າວ/ບົດ​ອື່ນ