ນະຄອນ ໂຮ່ຈີມິນ ຢາກດຶງດູດບັນດານັກລົງທຶນ ແດນມາດ

ນະຄອນ ໂຮ່ຈີມິນ ຢາກດຶງດູດບັນດານັກລົງທຶນ ແດນມາດ - ảnh 1
ທ່ານ ​ເລ​ຮ່ວາງ​ກວນ, ປະທານຄະນະກຳມະການ ປະຊາຊົນນະຄອນ ໂຮ່ຈີມິນ ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ​ແດນ​ມາດ
(ພາບ: Thanh Vũ/TTXVN)

(vovworld) - ຍາມ​ໃດ ນະຄອນ ​ໂຮ່ຈີ​ມິນ ກໍ່​ຊົມ​ເຊີຍ ບັນ​ດາ​ນັກ​ລົງທຶນ ​ແດນ​ມາດ ມາ​ລົງທຶນ​ຢູ່​ນະຄອນ, ​ຮ່ວມ​ມືດຳ​ເນີນ​ທຸລະ​ກິດ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ໂຄງການ​ພວມ​ເຄື່ອນ​ໄຫວ​ຢູ່ ນະຄອນ, ພິ​ເສດ​ແມ່ນ​ໂຄງການ ​ເຮືອນ​ຂຽວ, ​ເຊິ່ງ​ແມ່ນ​ໂຄງການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ​ແດນ​ມາດ. ນີ້​ແມ່ນ​ການ​ຢັ້ງຢືນ​ຂອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ, ທ່ານ ​ເລ​ຮ່ວາງ​ກວນ, ທີ່​ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ​ແດນ​ມາດ Villy Sovndal ​ເມື່ອ​ວັນ​ທີ 27/2.

        ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ​ແດນ​ມາດ Villy Sovndal ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ຊຸມ​ປີຜ່ານມາ. ທ່ານ Villy Sovndal ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ມີ​ບໍລິສັດ, ວິ​ສາ​ຫະກິດ, ຫ້ອງ​ການຕາງໜ້າ​ຂອງ​ ແດນ​ມາດ ປະຈຳ ຫວຽດນາມ ປະມານ 130 ​ແຫ່ງ ​ແລະ ​ວິ​ສາ​ຫະກິດ ​ແດນ​ມາດ ເກືອ​ບທັງ​ໝົດ ນິຍົມຊົມ​ຊອບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ນະຄອນ ​ໂຮ່ຈີ​ມິນ. ນີ້​ແມ່ນ​ສັນ​ຍານ​ທີ່​ດີ ​ເພື່ອ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ປະ​ເທດ. ຕາມ​ທ່ານ Villy Sovndal ​ແລ້ວ, ​ໃນ​​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ອາດ​ຈະ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​​ໃນ​ຂົງ​ເຂດ​ເຕີບ​ໂຕ​ຂຽວ ​ແລະ ອຸດສາຫະກຳ, ສິນ​ທະ​ເລ.

ຂ່າວ/ບົດ​ອື່ນ