ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງປົດປ່ອຍ

                                                      ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງປົດປ່ອຍ - ảnh 1
                                                             ວິທະຍຸ​ກະຈາຍສຽງ​ປົດປ່ອຍ                                       
(vovworld)-ຕອນ​ເຊົ້າ​ວັນ​ທີ 11/2, ນະຄອນ ​ໂຮ່ຈີ​ມິນ ​ໄດ້ຈັດ​ພິທີສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ວິທະຍຸ​ກະຈາຍສຽງ​ປົດ​ປ່ອຍ (1/2/1962-1/2/2012), ໝາຍ​ເຖິງ​ວິທະຍຸ​ກະຈາຍສຽງ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ປະຈຸ​ບັນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ​ເນັ້ນ​ໜັກ​ວ່າ ວິທະຍຸ​ກະຈາຍສຽງ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ກາຍ​ເປັນ​ກະບອກ​ສຽງ​ທີ່​ສຳຄັນ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ, ​ເຊິ່ງ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ໃນ​ກິດ​ຈະ​ການ​ຕໍ່ສູ້, ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ນະຄອນ​ທີ່​ໃສ່​ຊື່ ປະທານ​ໂຮ່ຈີ​ມິນ. ທາງ​ວິທະຍຸ​ຄວນ​ສຸມ​ໃສ່​ເຂົ້າ​ໃນ​ການ​ປັບປຸງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບດ້ານ​ວິຊາ​ການ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ຕອບ​ສະໜອງ​ໜ້າ​ທີ່​ຂອງ​ສະພາບ​ການ​ໃໝ່.

        ທາງວິທະຍຸ​ກະຈາຍສຽງ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ຄວນ​ສູ້​ຊົນ​ກວ່າ​ອີກ ​ເພື່ອ​ສົມ​ກັບ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ, ຄວາມ​ສຸດ​ຈິດ​ສຸດ​ໃຈ, ການ​ເສຍສະຫຼະ​ຂອງ​ພະນັກງານ​ລຸ້ນຕ່າງໆ​ ກໍ່​ຄື​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ນະຄອນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ທາງວິທະຍຸ​ກະຈາຍສຽງ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ຄວນ​ປັບປຸງ, ຍົກ​ສູງ​ຄຸນ​ນະພາ​ບດ້ານ​ວິຊາ​ການ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ່ອງ​ແສງ​ຂໍ້​ມູນ​ຂ່າວ​ຢ່າງ​ທັນ​ການ ​ແລະ ​ເດັດ​ດຽວ​ຕໍ່ສູ້​ຕ້ານ​ຄວາມ​ຫຍໍ້​ທໍ້, ປຸກລະດົມ​ຈິດ​ໃຈ​ແຂ່ງຂັນ​ຮັກ​ຊາດ​ຂອງ​ພະນັກງານ​ສະມາຊິກ​ພັກ ​ແລະ ປະຊາຊົນ.

 

ຂ່າວ/ບົດ​ອື່ນ