ນະ​ຄອນ ໂຮ່​ຈີ​ມິນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ລົງ​ທຶນດ​ຳ​ເນີນ​ທຸ​ລະ​ກິດ​ແບບ​ຍາວ​ນານ

(VOVWORLD) -ຕອນບ່າຍວັນທີ 20 ຕຸລາ, ທ່ານ ໂງມິງເຈົາ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານນາງ Whitney Baird, ຜູ້ຊ່ວຍວຽກລັດຖະມົນຕີ ການຕ່າງປະເທດ ອາເມລິກາ ຮັບຜິດຊອບກົມບັນຫາເສດຖະກິດ ແລະ ດຳເນີນທຸລະກິດ ເຊິ່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ.
ນະ​ຄອນ ໂຮ່​ຈີ​ມິນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ລົງ​ທຶນດ​ຳ​ເນີນ​ທຸ​ລະ​ກິດ​ແບບ​ຍາວ​ນານ - ảnh 1ທ່ານ ໂງມິງເຈົາ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານນາງ Whitney Baird, ຜູ້ຊ່ວຍວຽກລັດຖະມົນຕີ ການຕ່າງປະເທດ ອາເມລິກາ (ພາບ: Thanhuytphcm.vn)

ທີ່ການຕ້ອນຮັບ, ທ່ານ ໂງມິນເຈົາ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍຈະຮ່ວມເດີນທາງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ, ມີວິສາຫະກິດ ອາເມລິກາ ມາລົງທຶນ, ດຳເນີນທຸລະກິດຍາວນານຢູ່ນະຄອນ. ພ້ອມທັງຫວັງວ່າ ບັນດາວິສາຫະກິດ ອາເມລິກາ ຈະສືບຕໍ່ມາລົງທຶນຢູ່ນະຄອນ ໂຮ່ຈີມິນ ໃນບັນດາຂົງເຂດ: ກໍ່ສ້າງທ່າກ່ຳປັ່ນນ້ຳເລິກ, ສ້າງພື້ນຖານໂຄງລ່າງຄົມມະນາຄົມທາງບົກ, ຫັນເປັນດີຈີຕອນ, ພະລັງງານສະອາດ… ແລະ ຫວັງວ່າ ໃນໄລຍະຈະມາເຖິງ ຈະມີຫຼາຍໂຄງການລະອຽດ ລະຫວ່າງ ຄູ່ຮ່ວມມື ອາເມລິກາ ແລະ ນະຄອນ ເພື່ອຫັນຂໍ້ຕົກລົງ ແລະ ກຳລັງບົ່ມຊ້ອນການຮ່ວມມືຢ່າງໃຫຍ່ຫຼວງລະຫວ່າງສອງຝ່າຍໃຫ້ປະກົດຜົນເປັນຈິງ.

        ສ່ວນທ່ານນາງ Whitney Baird ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ແບ່ງປັນວ່າ ລັດຖະບານ ອາເມລິກາ ຍາມໃດກໍຢາກສ້າງແຫຼ່ງສະໜອງສິນຄ້າລະຫວ່າງປະເທດ ໃຫ້ມີຫຼາຍຮູບແບບເພື່ອຊຸກຍູ້ວັດວິທະນາການສະໜອງສິນຄ້າສາກົນ, ດັ່ງນັ້ນ ຈຶ່ງເອົາໃຈໃສ່ຕໍ່ຂໍ້ສະເໜີຮ່ວມມືກັບນະຄອນໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ