ນະຄອນ ໂຮ່ຈີມິນ ຮ່ວມມືຢ່າງແໜ້ນແຟ້ນກັບ JICA ໃນການຜັນຂະຫຍາຍບັນດາໂຄງການນຳໃຊ້ທຶນ ODA ຂອງ ຍີ່ປຸ່ນ

(VOVWORLD) -ນະຄອນ ໂຮ່ຈີມິນ ໃຫ້ຄຳໝັັ້ນສັນຍາວ່າຍາມໃດກໍ່ຈະມີການຮ່ວມມືຢ່າງແໜ້ນແຟ້ນກັບ JICA ເພື່ອໃຫ້ບັນດາໂຄງການນຳໃຊ້ແຫ່ງທຶນ ODA ຂອງລັດຖະບານ ຍີ່ປຸ່ນ ຢູ່ ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ. 
ນະຄອນ ໂຮ່ຈີມິນ ຮ່ວມມືຢ່າງແໜ້ນແຟ້ນກັບ JICA ໃນການຜັນຂະຫຍາຍບັນດາໂຄງການນຳໃຊ້ທຶນ ODA ຂອງ ຍີ່ປຸ່ນ - ảnh 1ລົດໄຟຖ້ຽວທໍາອິດ ສາຍ Metol ເບັ໊ນແທັ່ງ - ຊ໊ວຍຕຽນ  ພວມແລ່ນທົດລອງຄັ້ງສຸດທ້່າຍ (ພາບ: MAUR/TTXVN) 

ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນແທງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ  ທີ່ການເຮັດວຽກກັບທ່ານ Shimizu Akira, ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຄົນໃໝ່ ປະຈຳ ຫວຽດນາມ ໃນຕອນຄ່ຳວັນທີ 3 ມີຖຸນາ.

ທ່ານ ຫງວຽນແທງຟອງ ສະເໜີໃຫ້ທ່ານ Shimizu Akira ເອົາໃຈໃສ່ຜັນຂະຫຍາຍການລົງນາມສັນຍາກູ້ຢືມສຸດທ້າຍໃຫ້ແກ່ໂຄງການ Metro ເລກ 1 ໂດຍໄວ. ພ້ອມທັງສ້າງເງື່ອນໄຂຊຸກຍູ້ລະດັບຄວາມຄືບໜ້າຂອງໂຄງການປັບປຸງສະພາບແວດລ້ອມນ້ຳຂອງ ນະຄອນ ໂຮ່ຈີມິນ,  ເຂດຍ່ານລຸ່ມຄອງເໝືອງ ເຕົ່າຫູ - ເບ໊ນແງ໊ - ຄອງເໝືອງ ໂດຍ - ແຕ໋, ໄລຍະທີ່ 2 ແລະ ໂຄງການປັບປຸງ,  ຟື້ນຟູຄອງລະບາຍນ້ຳກໍ່ສ້າງກ່ອນນີ້ຢູ່ນະຄອນ ໂຮ່ຈີມິນ; ໜູນຊ່ວຍການຜັນຂະຫຍາຍໂຄງການລົງທຶນ, ກໍ່ສ້າງ Metro ເລກ 3a (ເບ໊ນແທງ - ເຕິນກຽນ).

ສ່ວນທ່ານ,  Shimizu Akira ກໍ່ຕັ້ງຄວາມຫວັງວ່າ, ບັນດານະໂຍບາຍ ແລະ ການເຄືຶ່ອນໄຫວຟື້ນຟູດ້ານເສດຖະກິດຂອງນະຄອນ ໂຮ່ຈີມິນ ຈະໄດ້ຜັນຂະຫຍາຍໂດຍໄວ, ປະກອບສ່ວນເຮັດໃຫ້ສະພາບການດ້ານເສດຖະກິດຂອງ ຫວຽດນາມ ເປັນປົກກະຕິ; ຢັ້ງຢືນວ່າ JICA ຢາກສືບຕໍ່ຮ່ວມມືຢ່າງມີປະສິດທິຜົນກັບ ນະຄອນ ໂຮ່ຈີມິນ ໃນບັນດາໂຄງການຕໍ່ໄປໃນອະນາຄົດ.

 

ຕອບກັບ

ຂ່າວ/ບົດ​ອື່ນ