ນະຄອນ ໂຮ່ຈີມິນ: ເບິ່ງແຍງດູແລບຸນເຕັດໃຫ້ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກດ້ວຍຈຳນວນເງິນກວ່າ 350 ຕື້ດົ່ງ

(VOVWORLD) -ທ້າຍປີ 2022, ເຖິງວ່າ, ວິສາຫະກິດຫຼາຍແຫ່ງປະສົບກັບຄວາມຫຍຸ້ງຍາກ ແຕ່ຍັງຮ່ວມແຮງຮ່ວມໃຈພ້ອມກັບອົງການຈັດຕັ້ງກຳມະບານ ຈັດການເຄື່ອນໄຫວເບິ່ງແຍງດູແລບຸນເຕັດ.
ນະຄອນ ໂຮ່ຈີມິນ: ເບິ່ງແຍງດູແລບຸນເຕັດໃຫ້ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກດ້ວຍຈຳນວນເງິນກວ່າ 350 ຕື້ດົ່ງ - ảnh 1ເປົ້າໝາຍໄດ້ຮັບການເບິ່ງແຍງດູແລໄດ້ເປີດກວ້າງກວ່າ
(ພາບປະກອບ)

        ກຳມະບານນະຄອນ ໂຮ່ຈີມິນ ທຸກຂັ້ນ ໄດ້ສົມທົບກັບບັນດາວິສາຫະກິດ ເບິ່ງແຍງດູແລຜູ້ອອກແຮງງານກວ່າ 753.000 ຄົນໃນໂອກາດບຸນເຕັດປີແມວ ດ້ວຍຈຳນວນເງິນກວ່າ 350 ຕື້ດົ່ງ. ວັນທີ 30 ມັງກອນ, ທ່ານ ຟ້າມຈິເຕິມ, ຮອງປະທານສະຫະພັນແຮງງານນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: ທ້າຍປີ 2022, ເຖິງວ່າ, ວິສາຫະກິດຫຼາຍແຫ່ງປະສົບກັບຄວາມຫຍຸ້ງຍາກ ແຕ່ຍັງຮ່ວມແຮງຮ່ວມໃຈພ້ອມກັບອົງການຈັດຕັ້ງກຳມະບານ ຈັດການເຄື່ອນໄຫວເບິ່ງແຍງດູແລບຸນເຕັດ. ເປົ້າໝາຍໄດ້ຮັບການເບິ່ງແຍງດູແລໄດ້ເປີດກວ້າງກວ່າ, ລວມທັງສະມາຊິກຊາວໜຸ່ມ, ຜູ້ອອກແຮງງານ. ການເຂົ້າຮ່ວມຂອງວິສາຫະກິດໃນການສົມທົບກັບອົງການກຳມະບານ ເບິ່ງແຍງດູແລໃຫ້ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານ ໄດ້ຊ່ວຍໃຫ້ຜູ້ອອກແຮງງານຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ຄົບຖ້ວນກວ່າ, ມີຄວາມເຊື່ອໝັ້ນຕໍ່ອົງການຈັດຕັ້ງກຳມະບານ ແລະ ຕິດພັນກັບວິສາຫະກິດກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ